ສັບປະດາທ່ອງທ່ຽວຂຽວເຂດທົ່ງພຽງແມ່ນ້ຳຂອງມຸ່ງໄປເຖິງຮ່ວມສຳພັນການພັດທະນາທ່ອງທ່ຽວຂຽວທົ່ວເຂດ

ສັບປະດາທ່ອງທ່ຽວຂຽວເຂດທົ່ງພຽງແມ່ນ້ຳຂອງມຸ່ງໄປເຖິງຮ່ວມສຳພັນການພັດທະນາທ່ອງທ່ຽວຂຽວທົ່ວເຂດ - ảnh 1
(ພາບປະກອບ: KT)

(vovworld) – ຕາມ​ຄະນະ​ຊີ້​ນຳ​ເຂດຕາ​ເວັນ​ຕົກ​ທາງ​ພາກ​ໃຕ້​ຫວຽດນາມ “ສັບປະດາ​ທ່ອງ​ທ່ຽວ​ຂຽວ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້​ຫວຽດນາມ​ປີ 2015” ​ໂດຍ​ຄະນະຊີ້​ນຳ​ເຂດຕາ​ເວັນ​ຕົກ​ທາງ​ພາກ​ໃຕ້​ຫວຽດນາມ ສົມທົບ​ກັບ​ບັນ​ດາ​ກະຊວງ, ຂະ​ແໜງ​ການສູນ​ກາງ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ບັນດາ​ແຂວງ​​ເຂດທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້​ຫວຽດນາມ ​ຈັດ​ຕັ້ງ, ຈະ​ດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 26/6-27/7/2015 ຢູ່​ນະຄອນ ​ເກີນ​ເທີ. ຈຸດ​ພົ້ນ​ເດັ່ນ​ຂອງ​ສັບປະດາ​ທ່ອງ​ທ່ຽວຂຽວ​ຈະ​ສຸມ​ໃສ່​ໃນວຽກ​ງານ​ສົ່ງ​ເສີມ​ການ​ລົງທຶນ​ເຂົ້າ​ໃນ​ຂົງ​ເຂດ​ທ່ອງ​ທ່ຽວ​ຊີວະ​ພາບ. ​ໃນ​ນັ້ນ, ຈຸດໝາຍ​ມຸ່ງ​ໄປ​ເຖິງ​ແມ່ນການ​ສ້າງ​ສາຍ​​ສຳພັນ​ລະຫວ່າງ​ບັນດາ​ແຂວງ​ໃນ​ເຂດ;​ ລະຫວ່າງ​ບັນດາ​ແຂວງ​ໃນ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ ກັບ​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ເພື່ອ​ພັດທະນາ​ການທ່ອງທ່ຽວຂຽວ; ກໍ່ສ້າງ ​ແລະ ນຳ​ໃຊ້​​​ເຄື່ອງ​ໝາຍ​ທ່ອງ​ທ່ຽວຊີວະ​ພາບ ດອກ​ບົວ​ຂຽວ​ໃນ​ລະບົບ​ເຮືອນ​ພັກ, ​ໂຮງ​ແຮມຂອງ​ຫວຽດນາມ…. ​ໃນ​ຂອບ​ເຂດ​ສັບປະດາ​ທ່ອງ​ທ່ຽວ​ຂຽວ ຍັງ​ຈະ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ, ງານ​ວາງສະ​ແດງ,​ ງານ​ຕະຫຼາດນັດ​ທ່ອງ​ທ່ຽວ, ການ​ຄ້າ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້​ຫວຽດນາມ; ​ການ​ປະ​ກວດ​ຜູ້ນຳ​ທ່ຽວ ​ແລະ ຄຳ່​ຄືນ​ສະ​ແດງສິລະ​ປະ​ດ້ວຍ​ຫົວ​ຂໍ້ “ສີສັນພາກ​ໃຕ້”.


ຂ່າວ/ບົດ​ອື່ນ