ສປຊ ກ່າວເຕືອນໂລກກ້າວເດີນເຂວທິດເປົ້າໝາຍສັນຍາປາຣີ

(VOVWORLD) -ໂລກພວມ “ກ້າວເດີນເຂວທິດເປົ້າໝາຍ” ຈຳກັດການເພີ່ມອູນຫະພູມໃນທົ່ວໂລກ. ນັ້ນແມ່ນສານກ່ຽວກັບການກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດ ໂດຍທ່ານ Antonio Guterres ເລຂາທິການໃຫ່ຍ ສປຊ ໄດ້ຍົກອອກມາເມື່ອໄປຮອດປະເທດນິວຊີແລນ ໃນວັນທີ 12 ພຶດສະພາ, ໃນເວລາທີ່ທ່ານເລີ່ມຕົ້ນການເດີນທາງປະຕິບັດງານຢູ່ເຂດອາຊີປາຊີຟິກ.
ສປຊ ກ່າວເຕືອນໂລກກ້າວເດີນເຂວທິດເປົ້າໝາຍສັນຍາປາຣີ - ảnh 1

(ພາບປະກອບ: soha.vn)

ກ່າວຄຳເຫັນທີ່ການປະຊຸມຂ່າວລວມກັບທ່ານນາຍົກລັດຖະມົນຕີປະເທດເຈົ້າພາບ Jacida Ardern ຢູ່ນະຄອນ Auckland, ທ່ານ Antonio Guterres ໄດ້ຢືນຢັນຢ່າງຈະແຈ້ງວ່າ: ໂລກພວມກ້າວເດີນຢ່າງເຂວທິດເປົ້າໝາຍທີ່ໄດ້ກຳນົດໃນສັນຍາປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອແນໃສ່ຈຳກັດລະດັບການເພີ່ມອູນຫະພູມທົ່ວໂລກໃນລະດັບຕຳກ່ວາ 1,5 ອົງສາເຊ ເມື່ອທຽບກັບໄລຍະຕົ້ນອຸດສາຫະກຳ. ສ່ວນທ່ານນາຍົກລັດຖະມົນຕີ Jacida Ardern ຖືວ່າ ການປ່ຽນແປງຂອງດິນຟ້າອາກາດ ແມ່ນການທ້າທາຍໃຫ່ຍຫຼວງທີ່ສຸດ ຊື່ງປະຊາຄົມໂລກພວມຕ້ອງປະເຊີນໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ