ສ​ປ​ຊ ເປີດ​ບັ້ນ​ສືບ​ສວນ​ກ່ຽວ​ກັບ​ການ​ຕ້ານ​ຢາ​ເສບ​ຕິດຢູ່ ຟີລິ​ບ​ປີນ

(VOVWORLD) - ວັນທີ 11 ກໍລະກົດ, ສະພາສິດທິມະນຸດສະຫະປະຊາຊາດ (UNHRC) ໄດ້ປ່ອນບັດຮັບຮອງເອົາມະຕິດຳເນີນບັ້ນສືບສວນຕໍ່ບັນດາເຫດເຂັນຂ້າຄົນເປັນຈຳນວນຫຼວງຫຼາຍໃນ “ບັ້ນຕໍ່ສູ້ຕ້ານຢາເສບຕິດ” ໂດຍທ່ານປະທານາທິບໍດີ ຟີລິບປີນ Rodrio Duterte ປຸກລະດົມ.
ສ​ປ​ຊ ເປີດ​ບັ້ນ​ສືບ​ສວນ​ກ່ຽວ​ກັບ​ການ​ຕ້ານ​ຢາ​ເສບ​ຕິດຢູ່ ຟີລິ​ບ​ປີນ - ảnh 1 ບັນດານັບຮົບທີ່ຂຶ້ນກັບກຳລັງຕ້ານຢາເສບຕິດຂອງ ຟີລິບປີນ (ພາບ: bernanews)

ຕາມການປະກາດຢ່າງເປັນທາງການຂອງລັດຖະບານ ຟີລິບປີນ ແລ້ວ, ມີເປົ້າໝາຍ 6.600 ຄົນຖືກຕຳຫຼວດດັບສູນໃນບັນດາເຫດຍິງກັນກັບບັນດາກຸ່ມຄ້າຂາຍຢາເສບຕິດນັບແຕ່ເມື່ອທ່ານ Duterte ໄດ້ຮັບການແຕ່ງຕັ້ງເປັນປະທານາທິບໍດີເມື່ອປີ 2016. ເຖິງຢ່າງໃດກໍ່ຕາມ, ບັນດານັກເຄື່ອນໄຫວໃຫ້ຮູ້ວ່າຕົວເລກຜູ້ຖືກເສຍຊີວິດຕາມຄວາມຈິງແລ້ວໜ້ອຍສຸດແມ່ນ 27.000 ຄົນ ແລະ ການກະທຳດັ່ງກ່າວຂອງສະຫະປະຊາຊາດແມ່ນຊັກຊ້າຫຼາຍ.

        ມະຕິໄດ້ຮຽກຮ້ອງໃຫ້ບັນດາອົງການເຈົ້າໜ້າທີ່ຂອງ ຟີລິບປີນ ສະກັດກັ້ນບັນດາເຫດຂ້າຄົນທີ່ບໍ່ຜ່ານການພິພາກສາ ແລະ ຮ່ວມມືກັບຂ້າຫຼວງໃຫຍ່ ສປຊ Michelle Bachelet. ຕາມແຜນການແລ້ວ, ທ່ານນາງ Bachelet ຈະປະກາດບົດລາຍງານກ່ຽວກັບໝາກຜົນຂອງການສືບສວນໃນເດືອນ ມິຖຸນາ 2020.

        ພາຍຫຼັງການປ່ອນບັດ, ທ່ານ Evan Garcia ເອກອັກຄະລັດຖະທູດ ຟີລິບປີນ ປະຈຳ      ສປຊ ໄດ້ອ່ານບົດຖະແຫຼງຂອງກະຊວງການຕ່າງປະເທດນີ້, ພ້ອມທັງຢັ້ງຢືນວ່າ ອຳນາດການປົກຄອງຂອງ ທ່ານປະທານາທິບໍດີ Duterte ໃຫ້ຄຳໝັ້ນສັນຍາເຄົາລົບຄວາມຍຸຕິທຳ ແລະ ກ່າວເຕືອນເຖິງການກະທຳດັ່ງກ່າວຂອງ ສປຊ ວ່າຈະນຳມາໃຫ້ “ບັນດາຜົນຮ້າຍຢ້ອນຫຼັງທີ່ຮ້າຍແຮງທີ່ສຸດ”

ຕອບກັບ

ຂ່າວ/ບົດ​ອື່ນ