ສປຊໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມປັບປຸງລະບົບປົກປ້ອງເດັກນ້ອຍແຫ່ງຊາດ

ສປຊໃຫ້ຄຳໝັ້ນສັນຍາໜູນຊ່ວຍຫວຽດນາມປັບປຸງລະບົບປົກປ້ອງເດັກນ້ອຍແຫ່ງຊາດ - ảnh 1
(ພາບປະກອບ)

(vovworld) - ​​ ວັນ​ທີ 22/06 ຜູ້ຕາງໜ້າ​ສະ​ຫະປະຊາ​ຊາດ​ປະຈຳ ຫວຽດນາມ ຈັດ​ການ​ປະ​ຊຸມ​ຂ່າວ​ ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ ​ລະຫວ່າງ​ວັນ​ທີ 19 – 22/06 ຂອງ​ທ່ານ​ນາງ Marta Santos Pais ​ຜູ້ຕາງໜ້າ​ພິ​ເສດ​ຂອງ​ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ບັນ​ຫານຳ​ໃຊ້​ຄວາມ​ຮຸນ​ແຮງ​ສຳລັບ​ເດັກນ້ອຍ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ ທ່ານ​ນາງ Marta Santos Pais ສະ​ແດງ​ຄວາມ​ພາກພູມ​ໃຈ​ຕໍ່​ບັນດາ​ຄຳ​ໝັ້ນ​ສັນຍາ​ຂອງ​ລັດຖະບານ ​ແລະ ບັນດາອົງການຈັດ​ຕັ້ງ​ມະຫາຊົນ​ຕ່າງໆ ​ເຊິ່ງປະຕິບັດ​ໄດ້​ໃນ​ວຽກ​ງານ​ປົກ​ປ້ອງ​ເດັກນ້ອຍ​ຢູ່ ຫວຽດນາມ. ທ່ານ​ນາງ Marta Santos Pais ​ແບ່ງປັນ​ວ່າ: ​ເລື່ອງ ຫວຽດນາມ ຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ການປົກ​ປ້ອງ, ສົ່ງ​ເສີມ ​ແລະ ສຶກສາ​ເດັກນ້ອຍ​ສະບັບ​ປັບປຸງ ພ້ອມ​ກັບ​ຕາໜ່າງພະນັກງານ​ສັງຄົມທີ່​ໝັ້ນຄົງ​ເຂັ້ມ​ແຂງ​ ນັ້ນ​ແມ່ນມີ​ບົດບາດ​ສຳຄັນ​ຊ່ວຍ​​ໃຫ້ນະ​ໂຍບາຍ​ກົດໝາຍ​ກາ​ຍ​ເປັນ​ຮົ້ວ​ສະກັດ​ກັ້ນ​ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຕໍ່​ເດັກນ້ອຍ​ຢ່າ​ງມີ​ປະສິດທິ​ຜົນ. ທ່ານ​ນາງ Marta Santos Pais ​ໃຫ້​ຮູ້​ວ່າ: ​ໃນ​ແຜນການ​ຍຸດ​ທະ​ສາດ​ສະຫະ​ປະຊາ​ຊາດໜຶ່ງ​ດຽວ​ໄລຍະ 2017 – 2021, ບັນດາ​ອົງການ​ສະຫະ​ປະຊາ​ຊາດ ​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍລັດຖະບານ ຫວຽດນາມ ​ໃນ​ການ​ປັບປຸງ​ລະບົບ​ປົກ​ປ້ອງ​ເດັກນ້ອຍ​ແຫ່ງ​ຊາດ, ປ່ຽນ​ແປງ​ຄວາມຮັບ​ຮູ້ ​ແລະ ທ່າ​ທີຂອງ​ສັງຄົມ​ກ່ຽວ​ກັບ​ສະພາບ​ໃຊ້​ຄວາມ​ຮຸນ​​ແຮງ​ຕໍ່​ເດັກນ້ອຍ. ສະໜອງຂໍ້​ມູນ, ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ປົກ​ປ້ອງ ​ແລະ ສົ່ງ​ເສີມ​ເດັກນ້ອຍ​ຂອງ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ກໍ່​ຄື​ຂອງ​ສະຫະ​ປະຊາ​ຊາດ.

 

ຂ່າວ/ບົດ​ອື່ນ