ສປປ ເກົາຫຼີ ປະກາດຍິງທົດລອງລູກສອນໄຟນຳວິຖີປະເພດໃໝ່ສຳເລັດຜົນ

(VOVWORLD) -ວັນທີ 15 ພຶດສະພາ, ສປປ.ເກົາຫຼີ ຮັບຮູ້ວ່າ ໄດ້ຍິງທົດລອງລູກສອນໄຟນຳວິຖີໄລຍະກາງໜ້າດິນຕ້ານໜ້າດິນປະເພດໃໝ່ສຳເລັດຜົນ, ພ້ອມທັງກ່າວເຕືອນປະເທດ ອາເມລິກາ ນອນໃນຂອບຂະໜາດຂອງລູກສອນໄຟຊະນິດນີ້
ສປປ ເກົາຫຼີ ປະກາດຍິງທົດລອງລູກສອນໄຟນຳວິຖີປະເພດໃໝ່ສຳເລັດຜົນ - ảnh 1 (ພາບປະກອບ)

ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ວັນທີ 14 ພຶດສະພາ ໃຫ້ຂ່າວວ່າ ການນຳ Kim Jong-un ເອງ ໄດ້ຊີ້ນຳ ແລະ ຕິດຕາມກວດກາເຫດຍິງລູກສອນໄຟປະເພດໃໝ່ດັ່ງກ່າວ, ຊຶ່ງໄດ້ເອີ້ນວ່າ Hwasong-12. Hwasong-12 ບິນໄດ້ 787 ກມ ກ່ອນທີ່ຕົກໃສ່ເຂດທະເລໃກ້ກັບ ລັດເຊຍ ແລະ ບັນລຸລະດັບຄວາມສູງ 2.111,5 ກມ.

        ວັນທີ 14 ພຶດສະພາ, ອາເມລິກາ ແລະ ຍີ່ປຸ່ນ ໄດ້ຮຽກຮ້ອງສະພາຄວາມໝັ້ນຄົງສະຫະປະຊາຊາດ ດຳເນີນກອງປະຊຸມດ່ວນກ່ຽວກັບບັນຫາ ສປປ.ເກົາຫຼີ ພາຍຫລັງ ພຽງຢາງ ດຳເນີນເຫດຍິງທົດລອງລູກສອນໄຟຄັ້ງຫຼ້າສຸດ. ຄະນະປະຕິບັດງານຂອງ ອູຣູກວາຍ ປະຈຳ ສະຫະປະຊາຊາດ, ປະເທດພວມຮັກສາຕຳແໜ່ງເປັນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ ໃຫ້ຮູ້ວ່າ: ຄາດວ່າກອງປະຊຸມຈະດຳເນີນໃນຕອນບ່າຍວັນທີ 16 ພຶດສະພາ. ໃນຂະນະນັ້ນ, ໃນວັນດຽວກັນອົງການພົວພັນຕ່າງປະເທດ ເອີລົບ (EEAS) ຂຶ້ນກັບສະຫະພາບ ເອີລົບ (ອີຢູ) ກໍ່ອອກຖະແຫຼງການ ຮຽກຮ້ອງ ສປປ.ເກົາຫຼີ ຢຸດຕິເລື່ອງຍິງທົດລອງລູກສອນໄຟ.

        ແລະໃນວັນດຽວກັນ, ກະຊວງປ້ອງກັນປະເທດ ລັດເຊຍ ຮັບຮູ້ວ່າ ລູກສອນໄຟນຳວິຖີຊຶ່ງ ສປປ.ເກົາຫຼີ ຍິງໃນວັນດຽວກັນບໍ່ນາບຂູ່ຕໍ່ ລັກເຊຍ. ບັນດາລະບົບກ່າວເຕືອນການບຸກໂຈມຕີລູກສອນໄຟຂອງ ລັດເຊຍ ໄດ້ຕິດຕາມທາງເດີນຂອງລູກສອນໄຟນີ້ ໃນຕະຫລອດໄລຍະບິນທີ່ແກ່ຍາວເປັນເວລາ 23 ນາທີ ຈົນເຖິງມັນຕົກໃສ່ເຂດໃຈກາງທະເລ ຍີ່ປຸ່ນ (ຫ່າງຈາກດິນແດນ ລັກເຊຍ ປະມານ 500ກມ).

ຕອບກັບ

ຂ່າວ/ບົດ​ອື່ນ