ສປປ.ເກົາຫຼີ ສາມາດຍິງທົດລອງລູກສອນໄຟນຳວິຖີໄລຍະໄກໃນບໍ່ວ່າເວລາໃດໝົດ

ສປປ.ເກົາຫຼີ ສາມາດຍິງທົດລອງລູກສອນໄຟນຳວິຖີໄລຍະໄກໃນບໍ່ວ່າເວລາໃດໝົດ - ảnh 1
(ພາບປະກອບ)

(vovworld) - ​​ ສປປ.​ເກົາຫຼີ ຖະ​ແຫຼ​ງວ່າ ປະ​ເທດ​ນີ້ສາມາດ​ຍິງ​ທົດລອງ​ລູກ​ສອນ​ໄຟ​ນຳ​ວິຖີ​ໄລຍະ​​ໄກ (ICBM) ​ໃນ​ບໍ່​ວ່າ​ເວລາ​ໃດ ​ແລະ ສະຖາ​ທີ່​ໃດ​ໂດຍ​ການ​ນຳ Kim Jong Un ກຳນົດ​. ວັນ​ທີ 08/01 ສຳນັກ​ຂ່າວສານ​ສູນ​ກາງ ສປປ.​ເກົາຫຼີ (KCNA) ຄັດ​ຄຳ​ເວົ້າ​ຂອງໂຄ​ສົດ​ກະຊວງ​ການ​ຕ່າງປະ​ເທດ ສປປ.​ເກົາຫຼີ ກ່າວ​ຫາ ອາ​ເມ​ລິ​ກາ ​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້ ສປປ.​ເກົາຫຼີ ພັດທະນາ  ICBM ​ໃນ​ຂະນະ​ທີ່​ປະ​ເທດ​ນີ້ ຍັງ​ຄົງ​ນຳ​ໃຊ້​ນະ​ໂຍບາຍທີ່ຫລ້າຫລັງ​ຕ້ານ ສປປ.​ເກົາຫຼີ ​ໃນ​ສິບໆ​ປີຜ່ານມາ.

        ​ໃນ​ຂະນະ​ນັ້ນ, ອາ​ເມ​ລິ​ກາ ຕີ​ລາຄາ​ຄວາມ​ສາມາດ​ນິວ​ເຄຼຍ ​ແລະ ລູກ​ສອນ​ໄຟ​ຂອງ ສປປ.​ເກົາຫຼີ ມີ​ການ​ປັບປຸງ​ກ່ຽວ​ກັບ​ຄຸນ​ນະ​ພາບ ພາຍຫລັງການ​ທົດ​ລອງ​ນິວ​ເຄຼຍ​ໃນລະດັບ​ບໍ່​ເຄີຍ​ເຫັນ​ໃນ​ປີຜ່ານມາ. ສປປ.​ເກົາຫຼີ ສາມາດ ກ້າວ​ໄປ​ເຖິງ​ເລື່ອງ​ຍິງທົດ​ລອງ ICBM, ​ແຕ່​ປະ​ເທດ​ນີ້ ​ຈະ​ຕ້ອງ​ເສຍ​ເວລາ​ເປັນ​ຫລາຍ​ປີ ເພື່ອ​ຜະລິດສຳ​ເລັດ​ອາວຸດ​ດັ່ງກ່າວ.

 

ຂ່າວ/ບົດ​ອື່ນ