ສປປ.ເກົາຫຼີ ອາດຈະອະນຸຍາດໃຫ້ ອາເມລິກາ ເຊື່ອມຕໍ່ການເຄື່ອນໄຫວຊອກຫາພົນທະຫານຖືກຫາຍສາບສູນໃນສົງຄາມຄືນໃໝ່

(VOVWORLD) - ວັນທີ 11 ກໍລະກົດ, ທ່ານ Kelly McKeague ຫົວໜ້າອົງການຊອກຫາສະເລີຍເສິກ ແລະ ຜູ້ຫາຍສາບສູນ (DPAA) ສັງກັດກະຊວງປ້ອງກັນປະເທດ ອາເມລິກາ ໃຫ້ຮູ້ວ່າ:
ສປປ.ເກົາຫຼີ ອາດຈະອະນຸຍາດໃຫ້ ອາເມລິກາ ເຊື່ອມຕໍ່ການເຄື່ອນໄຫວຊອກຫາພົນທະຫານຖືກຫາຍສາບສູນໃນສົງຄາມຄືນໃໝ່ - ảnh 1ທ່ານ Kelly McKeague ຫົວໜ້າອົງການຊອກຫາສະເລີຍເສິກ ແລະ ຜູ້ຫາຍສາບສູນ (DPAA)   ພາບ: military.com 

ສປປ.ເກົາຫຼີ ອາດຈະອະນຸຍາດໃຫ້ ອາເມລິກາ ເຊື່ອມຕໍ່ການເຄື່ອນໄຫວຊອກຫາພົນທະຫານ ອາເມລິກາ ນັບພັນໆຄົນ ຖືກເສຍຊີວິດໃນສົງຄາມ ເກົາຫຼີ 1950 – 1953. ເຖິງຢ່າງໃດກໍ່ຕາມ, ທ່ານ Kelly McKeague ເນັ້ນໜັກວ່າ ຕ້ອງໃຊ້ເວລາເປັນຫລາຍເດືອນ ກ່ອນທີ່ດຳເນີນວຽກງານຂຸດຄົ້ນ ແລະ ຕ້ອງໃຊ້ເວລາເປັນຫລາຍປີ ຈຶ່ງພິສູດໄດ້ກະດູກທີ່ຄົ້ນພົບ.

        ພາຍຫລັງ 13 ປີ ປະຕິບັດບັ້ນສຸດທ້າຍຢູ່ ສປປ.ເກົາຫຼີ , ອາເມລິກາ ອາຈະກັບມາເຮັດວຽກງານນີ້ຄືນໃໝ່ ພາຍຫລັງການນຳ ສປປ.ເກົາຫຼີ Kim Jong-un  ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຫັນດີເປັນເອກະພາບເຊື່ອມຕໍ່ການຊອກຫາ ແລະ ຈັດສົ່ງອັດຖິພົນທະຫານ ອາເມລິກາ ຄືນໃໝ່ ໃນການພົບປະສຸດຍອດລະຫວ່າງ 2 ການນຳ ອາເມລິກາ - ສປປ.ເກົາຫຼີ ເຊິ່ງໄດ້ດຳເນີນຢູ່ ສິງກະໂປ ເມື່ອວັນທີ 12 ມິຖຸນາ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ