(vovworld) - ວັນທີ 31/05, ສຳນັກຂ່າວສານ Yonhap ຂອງສ.ເກົາຫຼີ ໃຫ້ຂ່າວວ່າ, ສປປ.ເກົາຫຼີ ໄດ້ຍິງລູກສອນໄຟລູກໜຶ່ງ ທີ່ໄດ້ຮັບຖືວ່າແມ່ນລູກສອນໄຟໄລຍະກາງລ້າສຸດຂອງປະເທດນີ້ ແລະ ເບິ່ງຄືວ່າໄດ້ຖືກປະລາໄຊ. Yonhap ໄດ້ຄັດຄຳເວົ້າຂອງເຈົ້າໜ້າທີ່ການທະຫານສ.ເກົາຫຼີ ໂດຍໃຫ້ຮູ້ວ່າ, ການກະທຳດັ່ງກ່າວຖືກດຳເນີນໄປໃນເວລາ 3 ໂມງ 20 ນາທີ (ຕາມເວລາຫວຽດນາມ), ລູກສອນໄຟທີ່ຖືກຍິງນັ້ນອາດຈະແມ່ນຊະນິດ Musudan. ກ່ອນໜ້ານັ້ນ, ກະຊວງປ້ອງກັນປະເທດສ.ເກົາຫຼີ ໄດ້ຄົ້ນພົບບັນດາສັນຍານກ່ຽວກັບເລື່ອງສປປ.ເກົາຫຼີ ພວມກະກຽມຍິງລູກສອນໄຟນຳວິຖີ ແລະ ຮັກສາສະພາບກຽມພ້ອມການສູ້ຮົບສູງ. ຕາມ ແຫຼ່ງຂ່າວຂອງກອງທັບສ.ເກົາຫຼີ ແລ້ວ, ສປປ.ເກົາຫຼີ ໄດ້ຜັນຂະຫຍາຍລູກສອນໄພນຳວິຖີໄລຍະກາງຈຳນວນໜຶ່ງໃນຖານຍິງເຄື່ອນທີ່ຢູ່ແຄມເຂດທະເລ Wonsan, ທາງທິດຕາເວັນອອກຂອງປະເທດນີ້. ກອງທັບ ຍີ່ປຸ່ນ ກໍໄດ້ຈັດໃຫ້ກອງທັບຢູ່ໃນສະພາວະກຽມພ້ອມສະກັດຕີບໍ່ວ່າລູກສອນໄຟຂອງສປປ.ເກົາຫຼີ ທຸກປະເພດຖ້າຫາກລູກສອນໄຟນີ້ຖືກຍິງເຂົ້າໃນເຂດດິນແດນຂອງຍີ່ປຸ່ນ.