ສປປເກົາຫລີກ່າວເຕືອນຈະໂຕ້ຕອບຢ່າງແຮງຕໍ່ການຊ້ອມຮົບຮ່ວມອາເມລິກາ-ສເກົາຫລີ

(VOVWORLD) -ຕາມສຳນັກຂ່າວສານສູນກາງ ສປປ ເກົາຫລີ (KCNA), ວັນທີ 22 ສິງຫາ, ກອງທັບ ສປປ ເກົາຫລີ ຕັ້ງທັບຢູ່ໝູ່ບ້ານຢຸດຍິງ Panmunjom ຖືວ່າ: ອາເມລິກາ ໄດ້ເມີນເສີຍຄຳກ່າວເຕືອນຂອງກຳລັງນີ້ກ່ຽວກັບມາດຕະການໂຕ້ຕອບຢ່າງແຮງ ຖ້າຫາກ ຝ່າຍ ອາເມລິກາ ບໍ່ຍົກອອກການເລືອກເຟັ້ນຢ່າງຖືກຕ້ອງ.
ສປປເກົາຫລີກ່າວເຕືອນຈະໂຕ້ຕອບຢ່າງແຮງຕໍ່ການຊ້ອມຮົບຮ່ວມອາເມລິກາ-ສເກົາຫລີ - ảnh 1 ເຮືອບິນສອດແນມຂອງອາເມລິກາເຂົ້າຮ່ວມການຊ້ອມຮົບຮ່ວມ

ໂຄສົກຂອງກຳລັງນີ້ໄດ້ເນັ້ນຫນັກວ່າ:  ອາເມລິກາ ຈະຖືກໂຕ້ຕອບຢ່າງແຮງເມື່ອດຳເນີນການຊ້ອມຮົບຮ່ວມກັບ ສເກົາຫລີ, ແມ່ນການເລືອກເຟັ້ນສະແດງໃຫ້ເຫັນການສູ້ຢັນດ້ານການທະຫານກັບ ສປປ ເກົາຫລີ. ຕາມ KCNA ແລ້ວ, ການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ ແລະ ສເກົາຫລີ ຍູ້ສະພາບການແບ່ງແຍກໃນແຫລມເກົາຫລີຕົກເຂົ້າສູ່ສະພາບຊົ່ວຮ້າຍທີ່ສຸດ. ຄຳກ່າວເຕືອນນີ້ໂດຍ ຝ່າຍ ສປປ ເກົາຫລີ ຍົກອອກໃນສະພາບກອງທັບ ອາເມລິກາ ແລະ ສເກົາຫລີ ເລີ່ມຕົ້ນການຊ້ອມຮົບຮ່ວມທີ່ແກ່ຍາວມາເປັນເວລາ 10 ວັນ ເລີ່ມຕົ້ນແຕ່ວັນທີ 21 ສິງຫາ ໂດຍມີການເຂົ້າຮ່ວມຂອງທະຫານ ອາເມລິກາ ປະມານ 17.500 ຄົນ ແລະ ທະຫານ ສເກົາຫລີ ປະມານ 50.000 ຄົນ. ພຽງຢາງ ກ່າວປະນາມການເຄື່ອນໄຫວຊ້ອມຮົບຮ່ວມນີ້ ແມ່ນ “ການຊ້ອມຮົບຮຸກຮານ” ເຖິງວ່າ ກ່ອນນັ້ນ ເຊີອູນ ແລະ ວໍຊິງຕັນ ໄດ້ຢັ້ງຢືນຫລາຍຄັ້ງວ່າ ການເຄື່ອນໄຫວພຽງແຕ່ມີລັກສະນະເພື່ອປ້ອງກັນເທົ່ານັ້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ