ສປປ.ເກົາຫຼີອາດຈະພັດທະນາລູກສອນໄຟຍິງໄປເຖິງອາເມລິກາໃນ5ປີຈະມາເຖິງ

ສປປ.ເກົາຫຼີອາດຈະພັດທະນາລູກສອນໄຟຍິງໄປເຖິງອາເມລິກາໃນ5ປີຈະມາເຖິງ - ảnh 1
ພາບ​ປະ​ກອບ

(vovworld) – ໃນ​ຮອບ​ເວ​ລາອີກ 5 ປີ, ສ​ປ​ປ ເກົາຫຼີ  ​ອາດ​ຈະ​ພັດ​ທະ​ນາ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂ້າມ​ທະ​ວີບ (ICBM) ​ທີ່​ສາ​ມາດ​ຍິງ​ໄປເຖິງ​​ຜືນ​ແຜນດິນ ອາເມ​ລິ​ກາ ໄດ້. ວັນ​ທີ 17/2, ​ທ່ານ Vladimir Novikhov, ນັກ​ຊ່ຽວ​ຊານ​ໃນ​ຂົງ​ເຂດ​ນິວ​ເຄຼຍ ແລະ ລູ​ກ​ສອນ​ໄຟ ລັດ​ເຊຍ, ​ສັງ​ກັດ​ສູນ​ຄົ້ນ​ຄ້​ວາ​ກະ​ຊວງ​ປ້ອງ​ກັນ​ປະ​ເທ​ດ, ສະ​ຖາ​ບັນ​ຄົ້​ນ​ຄ້​ວາ​ຍຸດ​ທະ​ສາດ ລັດ​ເຊຍ, ໃຫ້​ຮູ້​ວ່າ: ລູກ​ສອນ​ໄຟ Pukguksong – 2 ​ທີ່ ສ​ປ​ປ ເກົາຫຼີ ຍິງ​ເມື່ອ​ວັ​ນ​ທີ 12/2 ແມ່ນ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໄລ​ຍະ​ກາງ (IRBM). ເຫດ​​ຍິງທົດ​ລອງ​ລູກ​ສອນ​ໄຟ​ນີ້​ແມ່ນ​ບາດ​ກ້າວ​ກະ​ໂດດ​ຂັ້ນ​ອັນ​ໃຫຍ່ກ່ຽວ​ກັບ​ດ້ານ​ເຕັກ​ນິກ ແລະ ການ​ທະ​ຫານ​ຂອງ​ປະ​ເທດນີ້ ທັງເປັນ​ບາດ​ກ້າວ​​ໄລ​ຍະກາງ​ເພື່ອ​ໃຫ້ ພຽງ​ຢາງ ​ຜະ​ລິດ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຂ້າມ​ທະ​ວີບ (ICBM) ​ທີ່​ສາ​ມາດຈະ​ຍິງ​​ໄປເຖິງ​​ຜືນ​ແຜນ​ດິນ​ຂອງ ອາ​ເມ​ລິ​ກາ ໄດ້. ທ່ານ Novikhov ກໍ່​ຄາດ​ຄະ​ເນວ່າ ​ພາຍ​ໃນ​ເວ​ລາພຽງ​​​ 5 – 7 ປີອີກ, ໂລກ​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ປະ​ເທດ​ມະ​ຫາ​​ອຳ​ນາດ​ນິວ​ເຄຼຍ​ກຳ​ມະ​ສິດ​ລູກ​ສອນ​ໄຟ ICBM ນຳ​ໃຊ້​ເຊື້ອ​ເ​ພີງ​ແຂງ. ຖ້າ​ຫາກ​ແນວນັ້ນ, ເລື່ອງ​ຄວບ​ຄຸມ​ສະ​ພາບ​ການ​ຈະ​ຫຍຸ້ງ​ຍາກ​ກ່​ວາ​ຫຼາຍເມື່ອ​ທຽບ​ໃສ່​ປະ​ຈຸ​ບັນ.


ຂ່າວ/ບົດ​ອື່ນ