ສື່ມວນຊົນ ສ.ເກົາຫຼີ ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສ.ເກົາຫຼີ

(VOVWORLD) - ເວທີປາໄສ ຫວຽດນາມ - ສ.ເກົາຫຼີ ໄດ້ດຶງດູດເຈົ້າໜ້າທີ່, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດປະມານ 530 ທ່ານເຂົ້າຮ່ວມ.
ສື່ມວນຊົນ ສ.ເກົາຫຼີ ລົງຂ່າວຢ່າງຫຼວງຫຼາຍກ່ຽວກັບການຮ່ວມມືດ້ານເສດຖະກິດ ຫວຽດນາມ - ສ.ເກົາຫຼີ - ảnh 1ບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນຄັ້ງນີ້ ໄດ້ຍົກໃຫ້ເຫັນຈຸດພົ້ນເດັ່ນຂອງຄວາມສາມາດບົ່ມຊ້ອນຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ
(ພາບ: TTXVN)

        ໜັງສືພິມ ແລະ ພາຫະນະສື່ມວນຊົນຂອງ ສ.ເກົາຫຼີ ໄດ້ລົງພິມຫຼາຍຂ່າວ/ບົດກ່ຽວກັບການຮ່ວມມືດ້ານເສດຖະກິດ, ການຄ້າ 2 ຝ່າຍ ເນື່ອງໃນໂອກາດການຢ້ຽມຢາມ ສ.ເກົາຫຼີ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ແຕ່ວັນທີ 30 ມິຖຸນາ - 03 ກໍລະກົດ.

        ຕາມໜັງສືພິມ Korea Times, Newsis ແລະ KBS ແລ້ວ, ເວທີປາໄສ ຫວຽດນາມ - ສ.ເກົາຫຼີ ໄດ້ດຶງດູດເຈົ້າໜ້າທີ່, ກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດປະມານ 530 ທ່ານເຂົ້າຮ່ວມ. ເວທີປາໄສຈັດຂຶ້ນເພື່ອແນໃສ່ຊອກຫາມາດຕະການເປີດກວ້າງການລົງທຶນ, ການພົບປະແລກປ່ຽນ ແລະ ຊຸກຍູ້ການຮ່ວມມືດ້ານເສດຖະກິດ 2 ຝ່າຍ, ພາຍຫຼັງ ສ.ເກົາຫຼີ ແລະ ຫວຽດນາມ ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

        ໜັງສືພິມ Korea Times ຢືນຢັນວ່າ, ສຳລັບ ສ.ເກົາຫຼີ, ຫວຽດນາມ ຍິ່ງນັບມື້ນັບມີຄວາມສຳຄັນດ້ານຍຸດທະສາດ ເມື່ອກາຍເປັນສູນຜະລິດຈຸດສຸມ ໃນສະພາບຄວາມເຄັ່ງຕຶງດ້ານການຄ້າລະຫວ່າງປະເທດຈຳນວນໜຶ່ງ.

        ສຳນັກຂ່າວສານ Yonhap, Hankuk Kyongjae, mk.co.kr ແລະ ໜັງສືພິມ Chosun Ilbo ໃຫ້ຂໍ້ສັງເກດວ່າ, ຫວ່າງມໍ່ໆມານີ້, ລັດຖະບານ ຫວຽດນາມ ໄດ້ຕັ້ງໜ້າເຮັດວຽກເພື່ອດຶງດູດການລົງທຶນເຂົ້າຂະແໜງເຄິ່ງຊັກນຳໄຟຟ້າ. ເວທີປາໃສວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ໄດ້ເປັນສັກຂີພິຍານຄວາມຕັດສິນໃຈຂອງບັນດາການນຳດ້ານການເມືອງ ແລະ ວິສາຫະກິດຂອງ 2 ຝ່າຍພ້ອມກັບແກ້ໄຂບັນດາສິ່ງທ້າທາຍໃນອະນາຄົດສຳລັບທັງ 2 ປະເທດ; ໃຫ້ຄຳໝັ້ນສັນຍາເປີດກວ້າງການລົງທຶນ, ການຄ້າ.

        ສ່ວນໜັງສືພິມ Business Korea ໃຫ້ຂໍ້ສັງເກດວ່າ, ເວທີປາໄສ ແລະ ບັນດາຂໍ້ຕົກລົງທີ່ໄດ້ລົງນາມໃນຄັ້ງນີ້ ໄດ້ຍົກໃຫ້ເຫັນຈຸດພົ້ນເດັ່ນຂອງຄວາມສາມາດບົ່ມຊ້ອນຮ່ວມມືດ້ານເສດຖະກິດ ແລະ ການເຕີບໂຕລວມລະຫວ່າງ ຫວຽດນາມ ແລະ ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ