ສ​ື່ມວນ​ຊົນ ອາ​ຊີ ໃຫ້​ຂ​ໍ້​ສັງ​ເກດ “ຂໍ​ກຸນ​ແຈ” ເພື່ອໃຫ້​ເສດ​ຖະ​ກິດ ຫວຽດ​ນາມ ເຕີ​ບ​ໂຕ​ໃນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ໜັງສືພິມ Nikkei Asia ຂອງ ຍີ່ປຸ່ນເນັ້ນໜັກວ່າມາຮອດປັດຈຸບັນ, ຫວຽດນາມສາມາດ ຄວບຄຸມ ໂລກລະບາດໂຄວິດ - 19 ໄດ້ຢ່າງມີປະສິດທິຜົນ. ການສົ່ງອອກເພີ່ມຂຶ້ນເປັນການຊ່ວຍຊຸກຍູ້ການເຕີບໂຕເສດຖະກິດ.
ສ​ື່ມວນ​ຊົນ ອາ​ຊີ ໃຫ້​ຂ​ໍ້​ສັງ​ເກດ “ຂໍ​ກຸນ​ແຈ” ເພື່ອໃຫ້​ເສດ​ຖະ​ກິດ ຫວຽດ​ນາມ ເຕີ​ບ​ໂຕ​ໃນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ພາບປະກອບ: TTXVN 

        ໜັງສືພິມ Manila Times ຂອງ ຟີລິບປິນ ສະບັບອອກວັນທີ 3 ທັນວາ ໄດ້ລົງບົດຂຽນທີ່ຕີລາຄາສູງຕໍ່ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການສະກັດກັ້ນວິກິດການໂລກລະບາດໂຄວິດ - 19. ຕາມບົດຂຽນແລ້ວ, ຫວຽດນາມ ເກືອບຄືວ່າແມ່ນຈຸດພົ້ນເດັ່ນດ້ານເສດຖະກິດໜຶ່ງດຽວ ຢູ່ອາຊີ ຍ້ອນໄດ້ປະຕິບັດ ທັງ 2 ເປົ້າໝາຍ ຄວບຄູໃນພາບດຽວກັນໄດ້ດີທີ່ສຸດ ນັ້ນແມ່ນ ຮັບປະກັນສຸຂະພາບປະຊາຊົນ ແລະ ທັງພັດທະນາເສດຖະກິດ ນັບແຕ່ໄລຍະເກີດໂລກລະບາດໂຄວິດ - 19. ທະນາຄານໂລກ (WB) ຄາດວ່າ ເສດຖະກິດ ຫວຽດນາມຈະເຕີບໂຕ ປະມານ 2,8% ໃນປີ 2020, ໃນຂະນະທີ່ບັນດາປະເທດບ້ານໃກ້ເຮືອນຄຽງພວມປະສົບກັບຄວາມຫຍຸ້ງຍາກໃນການຟື້ນຟູ ຈາກວິກິດການ.

        ສ່ວນໜັງສືພິມ Nikkei Asia ຂອງ ຍີ່ປຸ່ນເນັ້ນໜັກວ່າມາຮອດປັດຈຸບັນ, ຫວຽດນາມສາມາດ ຄວບຄຸມ ໂລກລະບາດໂຄວິດ - 19 ໄດ້ຢ່າງມີປະສິດທິຜົນ. ການສົ່ງອອກເພີ່ມຂຶ້ນເປັນການຊ່ວຍຊຸກຍູ້ການເຕີບໂຕເສດຖະກິດ.

        ທ່ານ Sonny Africa ຜູ້ອຳນວຍການຝ່າຍບໍລິຫານອົງການ Ibon Foundation (ອົງການຄົ້ນຄ້ວາ, ສຶກສາ ແລະ ພັດທະນາຂໍ້ມູນຂ່າວສານ ທີ່ມີສຳນັກງານຕັ້ງຢູ່ ຟີລິບປິນ) ຖືວ່າ “ຂໍກຸນແຈ”ແຫ່ງຜົນສຳເລັດຂອງ ຫວຽດນາມໃນວິກິດການປັດຈຸບັນ ແມ່ນວິທີການ ທີ່ ຫວຽດນາມ “ຮັບມືກັບໂລກລະບາດໂຄວິດ - 19 ເພື່ອຮັກສາໃຫ້ແກ່ພື້ນຖານເສດຖະກິດ ພັດທະນາ”.

ຕອບກັບ

ຂ່າວ/ບົດ​ອື່ນ