ສື່ມວນ​ຊົນ ເອ​ຢິບ ຍ້ອງ​ຍໍ​ຊົມ​ເຊີຍ​ຜົນ​ງານ​ແຫ່ງ​ການພັດ​ທະ​ນາ​ຂອງ ຫວຽດ​ນາມ

(VOVWORLD) -ສື່ເອເລັກໂຕນິກ Gomhuriaonline ໃນວັນທີ 4 ກັນຍາ ໄດ້ລົງບົດຂຽນ ຂອງນັກຂ່າວ Hoda Saeed ດ້ວຍຫົວຂໍ້ “ພິທີສະເຫຼີມສະຫຼອງ ວັນຊາດ ປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢູ່ ກາຍໂຣຢ່າງສົມກຽດ”. 
ສື່ມວນ​ຊົນ ເອ​ຢິບ ຍ້ອງ​ຍໍ​ຊົມ​ເຊີຍ​ຜົນ​ງານ​ແຫ່ງ​ການພັດ​ທະ​ນາ​ຂອງ ຫວຽດ​ນາມ - ảnh 1ສື່ມວນຊົນ ເອຢິບ ຍ້ອງຍໍຊົມເຊີຍຜົນງານແຫ່ງການພັດທະນາຂອງ ຫວຽດນາມ

ໃນຊຸມວັນຜ່ານມາ, ສື່ມວນຊົນ ເອຢິບ ໄດ້ລົງບົດ, ຂ່າວຢ່າງຫຼວງຫຼາຍເພື່ອຍ້ອງຍໍຊົມເຊີຍບັນດາຜົນງານແຫ່ງການພັດທະນາເສດຖະກິດ, ສັງຄົມ, ການພົວພັນຕ່າງປະເທດ ຂອງ ຫວຽດນາມ ແລະ ການພົວພັນລະຫວ່າງ ຫວຽດນາມ ແລະ ເອຢິບ ເນື່ອງໃນໂອກາດສະເຫຼີມສະຫຼອງ 76 ປີແຫ່ງວັນຊາດ ສສ.ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2021) ແລະ 58 ປີແຫ່ງວັນສ້າງຕັ້ງການພົວພັນສອງຝ່າຍ (1 ກັນຍາ 1963 – 1 ກັນຍາ 2021).

ສື່ເອເລັກໂຕນິກ Gomhuriaonline ໃນວັນທີ 4 ກັນຍາ ໄດ້ລົງບົດຂຽນ ຂອງນັກຂ່າວ Hoda Saeed ດ້ວຍຫົວຂໍ້ “ພິທີສະເຫຼີມສະຫຼອງ ວັນຊາດ ປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢູ່ ກາຍໂຣຢ່າງສົມກຽດ”. ບັນດາອົງການສື່ມວນຊົນໃຫຍ່ອື່ນໆ ຢູ່ ເອຢິບຄື   Almasryalyoum ແລະ Eventsmagazinenews ກໍ່ໄດ້ລົງບົດການເມືອງ ທີ່ມີເນື້ອໃນຢ່າງຕັ້ງໜ້າຄື “ທ່ານເອກອັກຄະລັດຖະທູດ ຫວຽດນາມ ຍ້ອງຍໍຊົມເຊີຍ ການພົວພັນກັບ ເອຢິບ” ແລະ “ຫວຽດນາມ ມີຄວາມເອກອ້າງທະນົງໃຈ ທີ່ມີເອຢິບແມ່ນເພື່ອນມິດທີ່ມີຄວາມໄວ້ເນື້ອເຊື່ອໃຈໃນໄລຍະກວ່າ 58 ປີຜ່ານມາ”.

ບັນດາບົດຂຽນໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມຂອງ ປະຊາຊົນ ຫວຽດນາມ ໃນໄລຍະ 76 ປີຜ່ານມາ, ຊຶ່ງໄດ້ນຳປະເທດບືນຕົວຂຶ້ນຢ່າງບໍ່ຢຸດຢັ້ງ,  ຈາກປະເທດທີ່ຖືກປິດລ້ອມກ່ຽວກັບການເມືອງ, ຖືກຂວ້ຳບາດດ້ານເສດຖະກິດ ກາຍເປັນປະເທດທີ່ໝັ້ນຄົງເຂັ້ມແຂງ, ມີບົດບາດທີ່ຕັ້ງທີ່ນັບມື້ນັບສູງຂຶ້ນຢູ່ພາກພື້ນ ແລະ ບົນເວທີສາກົນ.

ເມື່ອເຕື້ອງເຖິງການພົວພັນລະຫວ່າງ ເອຢິບ ຫວຽດນາມ, ບັນດາບົດຂຽນ ໄດ້ຄັດສະເໜີເນື້ອໃນບົດກ່າວປາໄສ ຂອງ ທ່ານ ເຈິ່ນແທັງກົງ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເອຢິບ ເຊິ່ງຢັ້ງຢືນວ່າ ການພົວພັນທີ່ສະໜິດແໜ້ນ ລະຫວ່າງສອງປະເທດນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາໃນຊຸມປີມໍ່ໆມານີ້ ໂດຍໄດ້ສະແດງໃຫ້ເຫັນຜ່ານການຢ້ຽມຢາມຂັ້ນສູງລະຫວ່າງ ສອງຝ່າຍ ຂອງການນຳສອງປະເທດ ໃນປີ 2017 ແລະ 2018. ກ່ຽວກັບການຮ່ວມມືເສດຖະກິດ, ສອງປະເທດສູ້ຊົນຍົກວົງເງິນການແລກປ່ຽນການຄ້າຂຶ້ນເຖິງ 1 ຕື້ USD ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ