ສື່ມວນຊົນປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາລວມຂອງນະຄອນຫຼວງ

ສື່ມວນຊົນປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການພັດທະນາລວມຂອງນະຄອນຫຼວງ - ảnh 1
ສື່ມວນ​ຊົນ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫຼວ​ງ​
ເຂົ້າ​ໃນ​ການ​ພັດ​ທະ​ນາ​ລວ​ມ​ຂອງ​ນະ​ຄອນ​ຫຼວງ
(ພາບ: kinhtedothi)

(vovworld) - ​ ​ວັນ​ທີ 16/06, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 91 ປີ​ແຫ່ງວັນ​ສື່ມວນ​ຊົນ​ປະ​ຕິ​ວັດ​ຫວຽດ​ນາມ (21/06/1925 – 21/06/2016), ​ຄະ​ນະພັກ​ນະ​ຄອນ, ສະ​ພາ​ປະ​ຊາ​ຊົນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ, ຄ​ະ​ນ​ະ​ກຳ​ມະ​ການແນວ​ໂຮມ​ປະ​ເທດ​ຊາດ​ນະ​ຄອນ​ຮ່າ​ໂນ້ຍ ໄດ້​ຈັດ​ງານ​ພົບ​ປະ​​ສ້າງ​ສັນກັບ​ການ​ນຳ, ນັກ​ຂ່າວ, ບັນ​ນາ​ທິ​ການ​ບັນ​ດາ​ອົງ​ການ​ສື່​ມວນ​ຊົນ​ສ​ູນ​ກາງ ແລະ ຮ່າ​ໂນ້ຍ. ທີ່​ການ​ພົບ​ປະ, ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ຮ່​ວາງ​ຈຸງ​ຫາຍ ເນັ້ນ​ໜັກ​ເຖິງ​ບົດ​ບາດ​ຂອງ​ສື່ມວນ​ຊົນ​ສຳ​ລັບ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ນະ​ຄອນ​ເວົ້າ​ສະ​ເພາະ ແລະ ປະ​ເທດ​ຊາດ​ເວົ້າ​ລວມ. ທ່ານ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ​ຮ່າ​ໂນ້ຍ ຖື​ວ່າ, ສື່ມວນ​ຊົນ ບໍ່​ພຽງ​ແຕ່​ຖື​​ເປັນ​ສຳ​ຄັນການ​ຄົ້ນ​ພົ​ບ, ໂຄ​ສະ​ນາ ແລະ ​ປຸກລະ​ດົມ​ບັນ​ດາ​ປ​ັດ​ໃຈ​ໃໝ່​, ຮູບ​ແບບ​ທີ່​ດີ, ຍ້ອງ​ຍໍ​ວຽກ​ດີ​ຄົນ​ເດັ່ນ ເທົ່າ​ນັ້ນ, ຫາກ​ຍັງ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຕ່​ໍ​ສູ້​ເພື່ອ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ການ​ຟູມ​ເ​ຟ​ືອຍ, ໄພ​ຫຍໍ້​ທ​ໍ້​ອີກ​ດ້ວຍ. ພິ​ເສດ​ສຳ​ລັບ​ຮ່າ​ໂນ້ຍ, ສື່ມວນ​ຊົນ​ນັບ​ມື້​ນັບ​ຢືນ​ຢັນ​ເປັນ​ຊ່ອງ​ຂໍ້​ມູນ​ທີ່​ສຳ​ຄັນ, ປະ​ກອບ​ສ່ວນຢ່າງ​ຕັ້ງ​ໜ້າເຂ​ົ້າ​ໃນ​ວຽກ​ງານ​ຊີ້​ນຳ, ນຳ​ພາ, ບໍ​ລິ​ຫານເພື່​ອ​ປະ​ຕິ​ບັດ​ພາ​ລະ​ໜ້າ​ທີ່​ການ​ເມືອງ​ຂອງ​ນະ​ຄອນ​.

ຂ່າວ/ບົດ​ອື່ນ