ສື່ມວນ​ຊົນ​ເຊັກ​ໂກ ຊົມ​ເຊີຍ​ນ້ຳ​ໃຈ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາ ໃນ​ບັ້​ນ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ໃນຊຸມວັນຜ່ານມາ, ມີອົງການສື່ມວນຊົນຫຼາຍແຫ່ງ ຢູ່ສາທາລະນະລັດ ເຊັກໂກ ໄດ້ລົງຂ່າວຊົມເຊີຍນ້ຳໃຈອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນຂອງປະຊາຄົມຊາວຫວຽດນາມ ອາໄສ ຢູ່ ເຊັກໂກ ທີ່ສະຫງວນໃຫ້ແກ່ອຳນາດການປົກຄອງ ແລະ ປະຊາຊົນປະເທດປະຈຳຖິ່ນໃນບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດ ໂຄວິດ - 19.
 
ສື່ມວນ​ຊົນ​ເຊັກ​ໂກ ຊົມ​ເຊີຍ​ນ້ຳ​ໃຈ​ຂອງ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາ ໃນ​ບັ້​ນ​ປ້ອງ​ກັນ ແລະ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ປະຊາຄົມຊາວຫວຽດນາມ ອາໄສຢູ່ເຊັກໂກ ຕັດຫຍິບຜ້າອັດປາກ ເພື່ອມອບໃຫ້ປະຊາຊົນເຊັກໂກ (ພາບ: VOV)

 ເປັນຕົ້ນແມ່ນ, ວັນທີ 25 ມີນາ, ສຳນັກຂ່າວສານເຊັກໂກ ໄດ້ຄັດສະເໜີຄຳປາໄສຂອງທ່ານ Marcel Winter, ປະທານກິຕິມະສັກ ສະມາຄົມມິດຕະພາບ ເຊັກໂກ - ຫວຽດນາມ, ໂດຍໄດ້ຕີລາຄາວ່າ ປະຊາຄົມຊາວຫຽດນາມ ແມ່ນປະຊາຄົມຊາວຕ່າງປະເທດໜຶ່ງດຽວຢູ່ ເຊັກໂກ ທີ່ໃຫ້ການໜູນຊ່ວຍໂຮງໝໍ, ກຳລັງຕ່າງໆ ແລະ ປະຊາຊົນເຊັກໂກ ນັບທັງດ້ານວັດຖຸຸ ແລະ ການເງິນ ໃນບັ້ນປ້ອງກັນ ແລະສະກັດກັ້ນໂລກລະບາດນີ້. ສ່ວນເວັບໄຊ parliamenlisty.cz ກໍໄດ້ລົງບົດຂຽນຍ້ອງຍໍຊົມເຊີຍຄວາມສາມັກຄີຂອງປະຊາຄົມຊາວຫວຽດນາມຢູ່ເຊັກໂກ ທີ່ມີຕໍ່ປະຊາຊົນປະເທດປະຈຳຖິ່ນ.

ໃນຂະນະນັ້ນ, ທ່ານ Tunde Bartha ຮັກສາການລັດຖະມົນຕີ - ຫົວໜ້າຫ້ອງວ່າການລັດຖະບານເຊັກໂກ ກ່າວວ່າ:

“ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ຮັບຂອງຂວັນຈາກສະມາຄົມຊາວຫວຽດນາມ ອາໄສຢູ່ ເຊັກໂກ. ນີ້ແມ່ນຂອງຂັວນທີ່ລ້ຳຄ່າ ແລະ ມີຄວາມໝາຍທີ່ສຸດ ແລະ ກໍແມ່ນສັນຍາລັກແຫ່ງຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ ແລະ ແມ່ນການເລີ່ມຕົ້ນໃຫ້ແກ່ການຮ່ວມມືອັນດີງາມໃນອະນາຄົດ”.

ຫ໋າຍດັງ, ວັນຮຸຍ - ນັກຂ່າວ VOV ປະຈຳເຊັກໂກ.

ຕອບກັບ

ຂ່າວ/ບົດ​ອື່ນ