ສື່ມວນຊົນເຢຍລະມັນ: ຫວຽດນາມ ມີຄວາມປະເອີບໃຈກ່ຽວກັບແງ່ຫວັງດ້ານເສດຖະກິດ

(VOVWORLD) -  ວັນທີ 25 ພຶດສະພາ, ເວັບໄຊ DW ຂອງ ເຢຍລະມັນ ມີບົດຂຽນຊີ້ແຈ້ງວ່າ ໂດຍບໍ່ຫົວຊາຕໍ່ວິກິດການດ້ານເສດຖະກິດທົ່ວໂລກ ແລະ ບາງປະເທດບ້ານໃກ້ເຮືອນຄຽງທີ່ອາດຈະຖືກຊຸດໂຊມຍ້ອນໂລກລະບາດໂຄວິດ-19, ຫວຽດນາມ ຍັງຄົງບັນລຸການເຕີບໂຕເສດຖະກິດຢູ່ໃນລະດັບ 5% ໃນປີນີ້.
ສື່ມວນຊົນເຢຍລະມັນ: ຫວຽດນາມ ມີຄວາມປະເອີບໃຈກ່ຽວກັບແງ່ຫວັງດ້ານເສດຖະກິດ - ảnh 1 ສື່ມວນຊົນເຢຍລະມັນ: ຫວຽດນາມ ມີຄວາມປະເອີບໃຈກ່ຽວກັບແງ່ຫວັງດ້ານເສດຖະກິດ (ພາບ: TTXVN)

        ບົດຂຽນດັ່ງກ່າວໃຫ້ຮູ້ວ່າ: ຄາດໝາຍດັ່ງກ່າວ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ປະກາດໃນກອງປະຊຸມທາງອອນລາຍຫວ່າງແລ້ວນີ້ ດ້ວຍການເຂົ້າຮ່ວມຂອງວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດນັບຫລາຍພັນແຫ່ງ. ຄາດໝາຍທີ່ເຕັມໄປດ້ວຍຄວາມຫວັງດັ່ງກ່າວ ສູງກ່ວາພໍສົມຄວນເມື່ອທຽບໃສ່ການຄາດຄະເນຂອງກອງທຶນເງິນຕາສາກົນ (IMF), ໃນນັ້ນ ການຕີລາຄາຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງ ຫວຽດນາມ ຈະເພີ່ມຂຶ້ນ 2,7%. ເຖິງຢ່າງໃດກໍ່ຕາມ, ລະດັບການຄາດຄະເນຂອງ IMF ສຳລັບ ຫວຽດນາມ ກໍ່ສູງກ່ວາເມື່ອທຽບໃສ່ບັນດາປະເທດບ້ານໃກ້ເຮືອນຄຽງ ແລະ ຮັບປະກັນວ່າ ຫວຽດນາມ ຈະສືບຕໍ່ແມ່ນພື້ນຖານເສດຖະກິດພັດທະນາໄວທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້,ເຖິງວ່າຫລຸດລົງຢ່າງແຮງເມື່ອທຽບໃສ່ລະດັບການເຕີບໂຕ 7% ຂອງປີ 2019 ກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ