ສື່ມວນຊົນໄດ້ປະກອບສ່ວນເຂົ້າໃນຜົນສຳເລັດການເຄື່ອນໄຫວພົວພັນຕ່າງປະເທດປີ 2020

(VOVWORLD) - ຕອນເຊົ້າວັນທີ 19 ມັງກອນ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ພົບປະສັງສັນກັບການນຳ, ນັກຂ່າວ, ບັນນາທິການບັນດາອົງການສື່ມວນຊົນເນື່ອງໃນໂອກາດປີໃໝ່ 2021. 
ສື່ມວນຊົນໄດ້ປະກອບສ່ວນເຂົ້າໃນຜົນສຳເລັດການເຄື່ອນໄຫວພົວພັນຕ່າງປະເທດປີ 2020 - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ 

  ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ໄດ້ຕີລາຄາສູງບັນດາການປະກອບສ່ວນຂອງນັກຂ່າວບັນດາອົງການສື່ມວນຊົນເຂົ້າໃນຜົນສຳເລັດລວມຂອງວຽກງານການພົວພັນຕ່າງປະເທດໃນປີ 2020. ນີ້ແມ່ນບັນດາການປະກອບສ່ວນອັນໃຫຍ່ຫລວງ ປະກອບສ່ວນແຜ່ຂະຫຍາຍການເຄື່ອນໄຫວພົວພັນຕ່າງປະເທດຂອງພັກ, ລັດ ໃຫ້ປະຊາຊົນ ແລະ ອອກສູ່ໂລກ, ປະກອບສ່ວນຍົກສູງພາບພົດ, ທີ່ຕັ້ງບົດບາດຂອງ ຫວຽດນາມ, ພິເສດແມ່ນໃນໄລຍະ ຫວຽດນາມ ແບກຫາບທີ່ຄວບຄູ່: ທັງເປັນປະທານ ອາຊຽນ 2020 ທັງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2021.

 

ຕອບກັບ

ຂ່າວ/ບົດ​ອື່ນ