“ສີ​ສັນ​ວັດ​ທະ​ນະ​ທຳ” - ງານ​ວາງ​ສະ​ແດງ​ພາບ​ແຕ້ມ​ສີ​ນ້ຳ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ

(VOVWORLD) - ໂດຍໄດ້ໄຂຂຶ້ນໃນຕອນບ່າຍວັນທີ 16 ມີນາ, ຢູ່ຮ່າໂນ້ຍ, ງານວາງສະແດງ “ສີສັນວັດທະນະທຳ” ໂດຍ VietnamInAcquarello ໄດ້ສົມທົບກັບເຂດປູຊະນີຍະສະຖານປະຫວັດສາດ ວັນໝຽວ - ກວັກຕື໋ຢາມ ແນະນຳເຖິງມະຫາຊົນພາບແຕ້ມສີນ້ຳກວ່າ 200 ແຜ່ນຂອງນັກແຕ້ມ 60 ຄົນ ມາຈາກ 22 ປະເທດ.
“ສີ​ສັນ​ວັດ​ທະ​ນະ​ທຳ” - ງານ​ວາງ​ສະ​ແດງ​ພາບ​ແຕ້ມ​ສີ​ນ້ຳ​ໃຫຍ່​ທີ່​ສຸດ​ນັບ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ - ảnh 1ງານວາງສະແດງດຶງດູດຜູ້ມາຊົມເປັນຈຳນວນຫຼາຍ (ພາບ: VOV)

ນີ້ແມ່ນງານວາງສະແດງພາບແຕ້ມສີນ້ຳໃຫຍ່ສຸດຢູ່ ຫວຽດນາມ ນັບແຕ່ກ່ອນມາຮອດປັດຈຸບັນ”.

ເມື່ອແບ່ງປັນກ່ຽວກັບແນວຄວາມຄິດຂອງງານວາງສະແດງ, ນັກແຕ້ມ ດ່າມຈວຽນມິງ, ຫົວໜ້າຄະນະຈັດຕັ້ງງານວາງສະແດງ ໃຫ້ຮູ້ວ່າ:

      “ງານວາງສະແດງແມ່ນການແລກປ່ຽນລະຫວ່າງວັດທະນະທຳນຳກັນ, ກ່ຽວກັບຫົວຂໍ້ ສີສັນວັດທະນະທຳ. ຂ້າພະເຈົ້າຢາກນຳໃຊ້ພາສາສິລະປະເພື່ອດຶງດູດຄວາມຮັກມັກສິລະປະຂອງມະຫາຊົນ ແລະ ສົ່ງເສີມບັນດານັກແຕ້ມ, ຜູ້ຊົມຊອກຮູ້ກ່ຽວກັບວັດທະນະທຳຫຼາຍກວ່າ. ພ້ອມດຽວກັນນັ້ນ, ງານວາງສະແດງໄດ້ດຳເນີນຢູ່ ວັນໝຽວ ກວັກຕືຢາມ - ເຊິ່ງເປັນສະຖານທີ່ທີ່ດີເພື່ອໃຫ້ຄົນ ຫວຽດ ແບ່ງປັນວັດທະນະທຳ, ປະຫວັດສາດກ່ຽວກັບປະເທດຊາດຂອງຕົນ ເຖິງນັກແຕ້ມຕ່າງປະເທດ”.

ໃນຂອບເຂດຂອງເຫດການດັ່ງກ່າວ, ຍັງມີລາຍການແຕ້ມ ຮ່າໂນ້ຍ - ນິງບິ່ງ ສຳລັບນັກແຕ້ມພາຍໃນ ແລະ ສາກົນ ຈະດຳເນີນແຕ່ວັນທີ 18 – 20 ມີນາ.

ຕອບກັບ

ຂ່າວ/ບົດ​ອື່ນ