ສຸສານປະທານ ໂຮ່ຈີມິນ ຈະເປີດປະຕູຄືນໃໝ່ນັບແຕ່ວັນທີ 16 ສິງຫາ 2022

(VOVWORLD) - ສຸສານ ໂຮ່ຈີມິນ ໄດ້ປະຕິບັດສຳເລັດວຽກງານການສ້ອມແປງ, ບູລະນະປະຕິສັງຂອນປະຈຳ ປີ 2022.
 
ສຸສານປະທານ ໂຮ່ຈີມິນ ຈະເປີດປະຕູຄືນໃໝ່ນັບແຕ່ວັນທີ 16 ສິງຫາ 2022 - ảnh 1ກະແສຄົນເຂົ້າໄຫວ້ອາໄລປະທານ ໂຮ່ຈີມິນ (ພາບ:Anh Tuấn/TTXVN)

 

ຄະນະຄຸ້ມຄອງສຸສານປະທານ ໂຮ່ຈີມິນ ຫາກໍ່ແຈ້ງມາຍັງບັນດາອົງການ, ສຳນັກງານ, ອົງການມະຫາຊົນການເມືອງ, ສັງຄົມ, ປະຊາຊົນ ແລະ ຊາວຕ່າງປະເທດ ກ່ຽວກັບການຈັດຕັ້ງພິທີເຂົ້າໄຫວ້ອາໄລ ປະທານ ໂຮ່ຈີມິນ ພາຍຫຼັງຖືກໂຈະໄວ້ເພື່ອປະຕິບັດວຽກງານສ້ອມແປງ, ບູລະນະປະຕິສັງຂອນປະຈຳປີ 2022.

        ຕາມນັ້ນແລ້ວ, ສຸສານ ໂຮ່ຈີມິນ ໄດ້ປະຕິບັດສຳເລັດວຽກງານການສ້ອມແປງ, ບູລະນະປະຕິສັງຂອນປະຈຳ ປີ 2022. ພິທີເຂົ້າໄຫວ້ອາໄລປະທານ ໂຮ່ຈີມິນ ຈະສືບຕໍ່ຈັດຕັ້ງຊຶ່ງເລີ່ມແຕ່ວັນທີ 16 ສິງຫາ 2022 ເປັນຕົ້ນໄປ.

ຕອບກັບ

ຂ່າວ/ບົດ​ອື່ນ