ສືສານສາກົນ: ຈີນ ມີບາດກ້າວເດີນທີ່ຜິດພາດ

ສືສານສາກົນ: ຈີນ ມີບາດກ້າວເດີນທີ່ຜິດພາດ - ảnh 1
(ພາບປະກອບ: doisongphapluat.com)

(vovworld) –  ຕໍ່​ໜ້າ​ບັນດາ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ ພາຍຫຼັງ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ​ ​ແລະ ​ໄຫຼ່​ທະວີ​ບຂອງ​ຫວຽດນາມ. ໜັງ​ສື່​ພິມ ​ຮົວໜານຢຽວຕຽນຈາວປາວ (South China Morning Post) ​ເຊິ່ງ​ເປັນ​ໜັງ​ສື່​ພິມສ​ຳຄັນຂອງ ຮົ່ງກົງ, ​ຈີນ ຫາ​ກໍ່​ລົງ​ພິມ​ບົດ​ຂຽນດ້ວຍ​ຫົວ​ຂໍ້ “ການແຕະຕ້ອງດູໝີ່ນທີ່ອັນຕະລາຍ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ”, ​ໂດຍ​ຕຳ​ນິຕິ​ຕຽນ​ການ​ກະທຳ​ຕາມ​ລັດ​ທິປະ​ເທດ​ອຳນາດບາດໃຫຍ່​ຂອງ ຈີນ ຢ່າງ​ແຮງ. ຕາມ​ບົດ​ຂຽນ “ ໂດຍຖືປະເທດ​ຕົນ​ສູງກ່ວາປະເທດອື່ນ ​ແລະ ຄວາມ​ເຂົ້າ​ໃຈ​ປະຫວັດສາດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຢ່າງ​ຜິດພາດຂອງ​ຈີນ ​ໄດ້​ກາຍ​ເປັນ​ເຫຼົ້າ​​ພິດ ​ເຮັດໃຫ້ເຂດທະ​ເລ​ຕາ​ເວັນ​ອອກ​ເຄັ່ງຕຶງຂຶ້ນຕື່ມ”.

        ​ໃນ​ຂະນະ​ນັ້ນ, ສື່​ໂອ​ເລກ​ໂຕ​ນິກ ຫຼາຍ​ແງ່​ມູມ ຂອງຮົ່ງກົງ ​ກໍ່່ໃຫ້​ຂໍ້​ສັງ​ເກດ​ວ່າ ລັດຖະບານ​ຈີນ ຕ້ອງ​ຍອມ​ຮັບ​ສຳ​ຄັນ​ຂອງ​ເລື່ອງ​ມານະ​ພະຍາຍາມ​ຮັກສາ​ສະພາບ​ເດີມ, ພ້ອມ​ທັງ​ຮໍ່າຮຽນ​ເນຶ້ອໃນຈິດ​ໃຈ​ຂອງ​ກົດໝາຍ​ສາກົນ, ຮັບ​ຮູ້ຢ່າງ​ຖືກຕ້ອງ​ບັນດາ​ບັນຫາ​ໂດ​ຍປະ​ຫວັດ​ສາດ​ປະ​ໄວ​.

        ໜັງ​ສື່​ພິມ​ໂລກ (LeMonde) ຂອງຝລັ່ງ ສະບັບ​ອອກ​ວັນ​ທີ 19/05 ​ໄດ້​ມີ​ບົດ​ຂຽນ ຂອງ​ນັກ​ຂ່າວ Bruno Philip ປະຈ​ຳ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ເຊິ່ງໄດ້​ເອີ້ນ​ບັນດາ​ການ​ກະທຳ​ຂອງ​ຈີນ ຢູ່​ທະ​ເລ​ຕາ​ເວັນ​ອອກ​​ແມ່ນ “ກົນອຸບາຍ​ມັກໃຫຍ່ໄຜ່ສູງເພື່ອກາຍເປັນຈອມໂລກ”. ຕາມ​ນັກ​ຂ່າວ​ຜູ້​ນີ້​ແລ້ວ, ​ໃນ​ຈຸດ​ເວລາ​ນີ້​ຍາກ​ທີ່​ຈະ​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈີນ ​ໄດ້.

ຂ່າວ/ບົດ​ອື່ນ