ສະ​ຖານ​ທ​ູ​ດ ຫວຽດ​ນາມ ແລະສະຖານກົງສູນຫວຽດນາມ ຢູ່​ປະ​ເທດ​ຕ່າງໆໄດ້ຈັດຕັ້ງພິທີໄວ້ອາໄລ ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ

(VOVWORLD) -ວັນທີ 26 ກັນຍາ, ຢູ່ສໍານັກງານສະຖານກົງສູນຫວຽດນາມ ຢູ່ ຊຽງໄຮ້ ປະເທດ ຈີນ ໄດ້ຈັດຕັ້ງພິທີໄວ້ອາໄລ ທ່ານ ເຈິ່ນດ້າຍກວາງ ກໍາມະການກົມການເມືອງ, ປະທານປະເທດຫວຽດນາມ ຢ່າງສົມກຽດ ແລະ ຕ້ອນຮັບຄະນະຜູ້ຕາງໜ້າອໍານາດການປົກຄອງປະເທດປະຈໍາຖິ່ນ, ຄະນະສະຖານກົງສູນ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ ຊຽງໄຮ້ ມາໄວ້ອາໄລ ແລະ ຂຽນໃສ່ປື້ມໄວ້ອາໄລ.

ສະ​ຖານ​ທ​ູ​ດ ຫວຽດ​ນາມ ແລະສະຖານກົງສູນຫວຽດນາມ ຢູ່​ປະ​ເທດ​ຕ່າງໆໄດ້ຈັດຕັ້ງພິທີໄວ້ອາໄລ ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ - ảnh 1 ທ່ານນາງ ຢວາງເຖຍຮວາຍ, ຮອງເຈົ້າຄອງນະຄອນ ຊຽງໄຮ້  ຂຽນໃສ່ປື້ມໄວ້ອາ (ພາບ:infonet.vn)

        ຕອນເຊົ້າວັນທີ 27 ກັນຍາ, ທ່ານນາງ ຢວາງເຖຍຮວາຍ, ຮອງເຈົ້າຄອງນະຄອນ ຊຽງໄຮ້ ພ້ອມດ້ວຍການນໍາ ແລະ ພະນັກງານພະແນກພົວພັນຕ່າງປະເທດ, ຕາງໜ້າອໍານາດການປົກຄອງແຂວງ ເຈ໊ຍຈາງ ແລະຈຽງຊູ, ຜູ້ຕາງໜ້າຄະນະປະຈໍາແຂວງ ຈາງຊູ (ຈີນ)  ທີ່ມາວາງພວງມາລາ, ໄວ້ອາໄລ ແລະ ຂຽນໃສ່ປື້ມໄວ້ອາໄລ. ນອກຈາກນັ້ນ, ໃນວັນທີ 26 – 27 ກັນຍາ, ຍັງມີ ສະຖານກົງສູນ ແລະຕາງໜ້າບັນດາປະເທດ ປະຈໍາ ຊຽງໄຮ້ ມາໄວ້ອາໄລ ແລະ ຂຽນປື້ມໄວ້ອາໄລ ແບ່ງເບົາຄວາມເສົ້າສະຫຼົດໃຈນໍາພັກ, ລັດ, ປະຊາຊົນຫວຽດນາມ  ກໍຄືຄອບຄົວຍາດຕິພີ່ນ້ອງ ຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ເປັນຈໍານວນຫຼວງຫຼາຍ.

         ກໍໃນເຫດການນີ້, ສະຖານທູດຫວຽດນາມ ປະຈໍາ ໂປໂລຍ ກໍໄດ້ລົດທຸງລົງເຄິ່ງເສົາ, ຕັ້ງຮ້ານບູຊາ ແລະ ເປີດປື້ມໄວ້ອາໄລ ທ່ານປະທານປະເທດ ເຈິ່ນດ້າຍກວາງ ເຊັ່ນດຽວກັນ.

ໃນຕອນເຊົ້າວັນທີ 26 ກັນຍາ, ສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ປະຈຳ ແອັດປາຍ ໄດ້ຈັດຕັ້ງພິທີໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ ຢ່າງສົມກຽດ. ທ່ານເອກອັກຄະລັດຖະທູດ ໂງຕ໋ຽນຢູ້ງ ໄດ້ອ່ານບົດສະດຸດີ ແລະ ຂຽນໃສ່ປື້ມໄວ້ອາໄລ.

            ແລະກໍ່ໃນວັນດຽວກັນ, ສະຖານທູດ ຫວຽດນາມ ປະຈຳ ອິນໂດເນເຊຍ ກໍ່ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ເປີດປື້ມໄວ້ອາໄລເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ