ສະຖານທູດ,ອົງການຈັດຕັ້ງສາກົນປະຈຳຫວຽດນາມຈະລົງນາມໃນກົດລະບຽບການປະພຶດຕ້ານມົນລະພິດສິ່ງເສດເຫຼືອຢາງplastics

(VOVWORLD) - ວັນທີ 29 ພຶດສະພາ, ສະຖານທູດການາດາ ໃຫ້ຮູ້ວ່າ, ວັນທີ 04 ມິຖຸນາ ຈະມາເຖິງ, 22 ສະຖານທູດ ແລະ ອົງການຈັດຕັ້ງສາກົນປະຈຳຫວຽດນາມ ຈະພ້ອມກັນສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ດ້ວຍການລົງນາມໃນກົດລະບຽບການປະພຶດກ່ຽວກັບການຕ້ານມົນລະພິດສິ່ງເສດເຫຼືອຢາງ plastics.

ບັ້ນເຄື່ອນໄຫວດັ່ງກ່າວໂດຍສະຖານທູດ ການາດາ ປະຈຳຫວຽດນາມ ປຸກລະດົມ, ແນໃສ່ຍົກສູງຄວາມຮັບຮູ້ກ່ຽວກັບບັນດາການກະທົບທີ່ບໍ່ດີຈາກສິ່ງເສດເຫຼືອຢາງ plastics, ພ້ອມທັງຂົນຂວາຍໃຫ້ມີການປ່ຽນແປງຢູ່ລະດັບການກະທຳ, ລະບອບ ແລະ ນະໂຍບາຍ, ຈາກນັ້ນຊ່ວຍຫຼຸດຜ່ອນສິ່ງເສດເຫຼືອຢາງ plastics ຢູ່ຫວຽດນາມ. ບັນດາອົງການຈັດຕັ້ງທີ່ລົງນາມ ກໍ່ເຫັນດີຈະຂົນຂວາຍພາລະກອນໃຫ້ຫຼຸດຜ່ອນສິ່ງເສດເຫຼືອຢາງ plastics; ສົ່ງເສີມບັນດາຄູ່ຮ່ວມມືຂອງຕົນນຳໃຊ້ບັນດາມາດຕະການ ແນໃສ່ຈຳກັດ ແລະ ບໍ່ໃຫ້ປະກົດມີສິ່ງເສດເຫຼືອຢາງ plastics.

ຕອບກັບ

ຂ່າວ/ບົດ​ອື່ນ