ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຮຽກຮ້ອງເພີ່ມທະວີການປ້ອງກັນພາລະກອນຊ່ວຍບັນເທົ່າທຸກມະນຸດສະທຳ

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຮຽກຮ້ອງເພີ່ມທະວີການປ້ອງກັນພາລະກອນຊ່ວຍບັນເທົ່າທຸກມະນຸດສະທຳ - ảnh 1
(ພາບປະກອບ)

(vovworld) – ​ເພື່ອ​ຮັບ​ມື​ກັບ​ບັນດາ​ໄພ​ນາບ​ຂູ່​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແນ​ໃສ່​ພາລະ​ກອນ​ຊ່ວຍ​ບັນ​ເທົ່າ​ທຸກມະນຸດ​ສະທຳ, ວັນ​ທີ 30/08, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ຮັບຮອງ​ເອົາ​ມະຕິ​ຮຽກຮ້ອງ​ກຳນົດ​ຄວາມ​ຮັບຜິດຊອບ​ສຳລັບ​ບັນດາ​ການ​ບຸກ​ໂຈມ​ຕີ​ແນ​ໃສ່ພາລະ​ກອນ​​ຊ່ວຍບັນ​ເທົ່າ​ທຸກ​ມະນຸດ​ສະທຳ ​ແລະ ກະຕຸກ​ຊຸກຍູ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ໃນ​ການ​ປະ​ທະ​ກັນ​ຕ່າງໆ ອະນຸຍາດ​​ໃຫ້​ເຂົ້າ​ພົບ​ໂດຍ​ບໍ່​ຈຳກັດສຳລັບ​ບັນດາ​ຜູ້​ຕ້ອງ​ການ​ຊ່ວຍ​ເຫຼືອ. ​ເລື່ອງສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຮັບຮອງ​ເອົາ​ມະຕິ​ດັ່ງກ່າວ​ຊີ້​ໃຫ້​ເຫັນ​ ຄວາມ​ເປັນ​ເອກະ​ພາບ​ລະຫວ່າງ​ບັນດາ​ສະມາຊິກ​ສຳລັບ​ບັນຫາ​ສຳຄັນ​ຍິ່ງ​ນີ້ ​ເພື່ອ​ປົກ​ປ້ອງ​ບັນດາ​ຜູ້​ພວມ​ປະຕິບັດ​ບັນດາ​ວຽກ​ງານ​​ກູ້​​ເອົາຊີວິດມະນຸດ. ​ໃນ​ເນື້ອ​ໃນ​ຂອງ​ມະຕິ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ບັນດາ​ຮູບ​ແບບ​ໃຊ້​ຄວາມ​ຮຸນ​ແຮງ ຫຼື ນາບ​ຂູ່​ບັນດາ​ຜູ້​ເຂົ້າ​ຮ່ວມ​ບັ້ນ​ຊ່ວຍ​​ບັນ​ເທົ່າ​ທຸກມະນຸດສະທຳ; ກ່າວ​ປະນາມ​ບັນດາ​ການ​ບຸກ​ໂຈມ​ຕີ ​ແນ​ໃສ່​ຄະນະ​ຊ່ວຍບັນ​ເທົ່າ​ທຸກ​ມະນຸດສະທຳ, ຂີດ​ຂວາງ, ທຳລາຍ​ວັດ​ຖຸ​ອຸປະກອນ ​ແລະ ພາຫະນະ​ໄປມາ​ຂອງ​ເຂົ້າ​ເຈົ້າ. ມະຕິ​ກໍ່​ຮຽກຮ້ອງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​​ໃນ​ການ​ປະ​ທະ​ກັນ​ອະນຸຍາດ​ໃຫ້​ກຳລັງ​ຊ່ວຍ​ບັນ​ເທົ່າ​ທຸກມະນຸດ​ສະ​ທຳ “​ເຂົ້າ​ພົບ​ໂດຍ​ບໍ່​ຈຳກັດ” ​ບັນດາ​ຜູ້​ຕ້ອງການ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ…

ຂ່າວ/ບົດ​ອື່ນ