ສະພາຄວາມໝັ້ນຄົງສປຊກ່າວປະນາມການເຂັ່ນຂ້ານັກຂ່າວStevenSotloff

ສະພາຄວາມໝັ້ນຄົງສປຊກ່າວປະນາມການເຂັ່ນຂ້ານັກຂ່າວStevenSotloff - ảnh 1
ນັກຂ່າວ ອາມລິກາ ຖືກກຳລັງ IS ເຂັນຂ້າ
photo:baomoi.com


(vovworld)- ວັນ​ທີ 6/9, ສະພາ​ຄວາ​ມໝັ້ນຄົງ ສປຊ ​ໄດ້​ກ່າວ​ປະນາມ​ຢ່າງ​ແຮງ​ກ່ຽວ​ກັບ​ກໍລະນີ​ທີ່​ກຳລັງ ລັດ​ອິດສະ​ລາມ IS ​ເຂັນຂ້າ​ນັກ​ຂ່າວ ອາ​ເມ​ລິ​ກາ Steven Sotloff ​ແລະ ຖື​ວ່າ:​ນີ້​ແມ່ນ​ການ​ກະທຳ “ທີ່​ຫນ​້າຫວາດ​ກົວ, ຕຳ່​ຕ້ອຍ”. 15 ປະ​ເທດສະມາຊິກ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ້​ເນ​ັ້ນຫນັກ​ວ່າ: ການ​ກະທຳ​​ໂທດ​ກຳ​ນີ້​ແມ່ນ​ການ​ກ່າວ​ເຕືອນ​​​ເຖິງ​ຄວາມ​ອັນຕະລາຍຕໍ່​ບັນດາ​ນັກ​ຂ່າວ​ທີ່​ພວມ​ເຄື່ອນ​ໄຫວ​ຢູ່ ຊີຣີ. ຖະ​ແຫລ​ງການ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ ​ເນັ້ນ​ຫນັກ​ວ່າ: ປະຊາ​ຄົມ​ໂລກ ຄວນມີ​ການ​ກະທຳ​ຢ່າງຮີບ​ດ່ວນ ​ເພື່ອ​ສະກັດ​ກັ້ນ​ບັນດາ​ການ​ໃຊ້​ຄວາມ​ຮຸນ​ແຮງ​ຂອງ​ກຳລັງ​ອິດ​ສະ​ລາມ​ຫົວຮຸນ​ແຮງ​ນີ້. ສະພາ​ຄວາມ​ໝັ້ນຄົງ ສປຊ ຮຽກຮ້ອງ​ໃຫ້​ລັດຖະບານບັນດາ​ປະ​ເທດ ​ແລະ ອົງການ​ຈັດ​ຕັ້ງສາກົນ ຈົ່ງ​ຮ່ວມ​ມື, ມານະ​ພະຍາຍາມ​ຕ​້ານຄືນ​ກຳລັງ IS ​ແລະ ຮຽກຮ້ອງ​ໃຫ້ IS ຈົ່ງ​ປ່ອຍ​ຕົວ​ບັນດາ​ຜູ້​ຖືກ​ລອບ​ຈັບ​ຕົວ​ໂດ​ຍ​ໄວ.

ຂ່າວ/ບົດ​ອື່ນ