ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືກ່ຽວກັບເລື່ອງປົກປ້ອງສາມັນຊົນໃນການປະທະກັນດ້ວຍອາວຸດ

(VOVWORLD) - ວັນທີ 27 ພຶດສະພາ, ສະພາຄວາມໝັ້ນຄົງ, ສະຫະປະຊາຊາດໄດ້ຈັດຕັ້ງກອງປະຊຸມປຶກສາຫາລືປະຈຳປີກ່ຽວກັບຫົວຂໍ້ “ປົກປ້ອງສາມັນຊົນໃນການປະທະກັນດ້ວຍອາວຸດ”. 
ສະພາຄວາມໝັ້ນຄົງສະຫະປະຊາຊາດປຶກສາຫາລືກ່ຽວກັບເລື່ອງປົກປ້ອງສາມັນຊົນໃນການປະທະກັນດ້ວຍອາວຸດ - ảnh 1 ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ ພາບ: baoquocte.vn

ນະທີ່ນີ້, ບັນດາປະເທດສະມາຊິກສະພາຄວາມໝັ້ນຄົງ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບການເສຍຊີວິດ ແລະ ບາດເຈັບຂອງສາມັນຊົນໃນເຂດເກີດການປະທະກັນດ້ວຍອາວຸດ, ໂດຍຖືວ່າ: ສະພາຄວາມໝັ້ນຄົງ ແລະ ປະຊາຄົມສາກົນ ຄວນມານະພະຍາຍາມກ່ວາອີກ ແລະ ມີບັນດາການກະທຳທີ່ແທດຈິງ ເພືຶ່ອແນໃສ່ຫລຸດຜ່ອນຈຳນວນຜູ້ເສຍຊີວິດ ແລະ ບາດເຈັບລົງ ກໍ່ຄືບັນດາການກະທົບຈາກການປະທະກັນທີ່ມີຕໍ່ສາມັນຊົນ. ບັນດາປະເທດໄດ້ຮຽກຮ້ອງໃຫ້ສະກັດກັ້ນ ແລະ ຢຸດຕິການປະທະກັນ, ຮັກສາສັນຕິພາບໃຫ້ໝັ້ນຄົງ, ບັນດາຝ່າຍປະທະກັນຄວນເຄົາລົບກົດໝາຍສາກົນວ່າດ້ວຍມະນຸດສະທຳ, ສິດທິມະນຸດ, ຄວນເອົາໃຈໃສ່ແກ້ໄຂບັນດາສິ່ງທ້າທາຍສຳລັບການປົກປ້ອງສາມັນຊົນ.

        ເຂົ້າຮ່ວມກອງປະຊຸມປຶກສາຫາລື, ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ໃຫ້ຮູ້ວ່າ: ເລື່ອງປົກປ້ອງສາມັນຊົນໃນເຂດເກີດການປະທະກັນດ້ວຍອາວຸດ ແມ່ນບຸລິມະສິດສຳຄັນຂອງ ຫວຽດນາມ ຢູ່ສະພາຄວາມໝັ້ນຄົງ ແລະ ສະຫະປະຊາຊາດ. ຕາມທ່ານ ດັ້ງດີງກຸຍ ແລ້ວ, ມາດຕະການທີ່ມີປະສິດທິຜົນ ແລະ ຍາວນານທີ່ສຸດແມ່ນ ສະກັດກັ້ນ ແລະ ຢຸດຕິການປະທະກັນ, ຮັກສາພື້ນຖານສັນຕິພາບໄວ້ໃຫ້ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ