ສະພາຄວາມໝັ້ນຄົງສະຫະປະຊາຊາດປະຊຸມດ່ວນກ່ຽວກັບບັນດາເຫດທົດລອງລູກສອນໄຟນຳວິຖີຂອງສປປເກົາຫຼີ
(ພາບປະກອບ)
(vovworld) - ວັນທີ 28/04 ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈັດຕັ້ງກອງປະຊຸມດ່ວນກ່ຽວກັບບັນດາເຫດຍິງທົດລອງລູກສອນໄຟນຳວິຖີໃນວັນທີ 28/04 ຂອງ ສປປ.ເກົາຫຼີ, ການກະທຳນັ້ນ ໄດ້ຮັບຖືວ່າ ແມ່ນການທ້າທາຍໃໝ່ສຸດຂອງ ພຽງຢາງ ສຳລັບບັນດາມະຕິຂອງສະຫະປະຊາຊາດ. ບັນດາການທາບທາມຄຳເຫັນ ຖືກ ອາເມລິກາ ສະເໜີດ່ວນ ພາຍຫລັງ ສປປ ເກົາຫຼີ ຍິງລູກສອນໄຟ 2 ລູກບໍ່ໄດ້ຮັບຜົນ ແລະ ບັນດາຄວາມວິຕົກກັງວົນນັບມື້ນັບເພີ່ມຂຶ້ນ ເມື່ອ ພຽງຢາງ ພວມກະກຽມປະຕິບັດເຫດທົດລອງນິວເຄຼຍຄັ້ງທີ 5. ສປປ ເກົາຫຼີ ໄດ້ຍິງທົດລອງລູກສອນໄຟໄລຍະກາງ Musudan 3 ເທື່ອບໍ່ໄດ້ຮັບຜົນໃນ 2 ອາທິດຍິງລູກສອນໄຟນີ້ ໄດ້ຖືວ່າ: ມີຄວາມສາມາດບຸກໂຈມຕີບັນດາຖານທີ່ໝັ້ນຂອງ ອາເມລິກາ ຢູ່ເກາະ Guam ໃນມະຫາສະໝຸດປາຊີຟິກ.