ສະພາຕ່ຳ ອັງກິດ ໃຫ້ສັດຕະຍາບັນຮ່າງກົດໝາຍຖອນອອກຈາກ ອີຢູ

(VOVWORLD) - ດ້ວຍບັດສະໜັບສະໜູນ 324 ບັດ ແລະ ບັດຄ້ານ 295 ບັດ, ວັນທີ 17 ມັງກອນ, ບັນດາສະມາຊິກສະພາຕ່ຳ ອັງກິດ

ໃຫ້ສັດຕະຍາບັນຮ່າງກົດໝາຍ Brexit ກ່ຽວກັບເລື່ອງ ອັງກິດ ຖອນອອກຈາກສະຫະພາບ ເອີຣົບ (ອີຢູ). ຮ່າງກົດໝາຍດັ່ງກ່າວ ໄດ້ຍື່ນສະເໜີຕໍ່ສະພາສູງ ເພື່ອພິຈາລະນາ. ສິ່ງດັ່ງກ່າວ ໄດ້ຮັບຖືວ່າ ແມ່ນຂີດໝາຍສຳຄັນໃນວິວັດທະນາການຍາວນານ ມຸ່ງໄປເຖິງເລື່ອງສ້າງບັນດາພື້ນຖານດ້ານນິຕິກຳໃຫ້ Brexit.

        ແລະກໍ່ກ່ຽວຂ້ອງເຖິງບັນຫາ Brexit, ໃນວັນດຽວກັນ, ທ່ານປະທານຄະນະກຳມະການ ເອີຣົບ (EC) Jean-Claude Juncker ຖະແຫຼງວ່າ ທ່ານຈະຊົມເຊີຍ ບໍ່ວ່າຄວາມມານະພະຍາຍາມໃດໆຂອງ ອັງກິດ ຢາກຕ່າວປີ້ນຄຳຕັດສິນ ເພືຶ່ອກັບຄືນສູ່ສະຫະພາບ ເອີຣົບ (ອີຢູ) ພາຍຫລັງວິວັດທະນາການເຈລະຈາຖອນອອກຈາກ “ຊາຍຄາລວມ” ຫຼື ເອີ້ນວ່າ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ