ສະພາບການເລືອກຕັ້ງຢູ່ ອາເມລິກາໃນປີ 2012

ສະພາບການເລືອກຕັ້ງຢູ່ ອາເມລິກາໃນປີ 2012 - ảnh 1
ທ່ານ Mitt Romney ຄູ່ແຂງຂອງທ່ານ
Obama
ພາບ: internet



(vovworld) - ຍັງ​ອີກປະມານ 5 ​ເດືອນ ຊາວ​ອາ​ເມ​ລິ​ກາ​ຈະ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ປະທານາທິບໍດີ​ຄົນ​ໃຫມ່, ໝາກຜົນ​​ແຫ່ງ​ການ​ສຳ​ຫລວດ​ໃຫ້​ຮູ້​ວ່າ: ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່ ອາ​ເມ​ລິ​ກາ ສ່ວນ​ຫລາຍ​ບໍ່​​ເຫັນ​ດີ​ເຫັນ​ພ້ອມ​ກັບ​ບັນດາ​ແຜນການ​ເສດຖະກິດ​ຂອງ​ຜູ້​ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ທັງ​ສອງ​ທ່ານ ນັ້ນ​ແມ່ນ ປະທານາທິບໍດີ Barack Obama ​ຂຶ້ນ​ກັບ​ພັກປະຊາທິປະ​ໄຕ ແລະ ຄູ່​ແຂງ​ ພັກສາ​ທາ​ລະນະ ທ່ານ Mitt Romney. ໝາກຜົນ​ແຫ່ງ​ການສຳ​ຫລວດ​ຂອງ ABC New/ Washington Post ປະກາດ​ໃນ​ວັນ​ທີ 13/6 ​ໃຫ້​ຮູ້​ວ່າ: ​ໃນ​ຈຳນວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ 1.007 ຄົນ ຢູ່​ບາງລັດທີ່​​ໄດ້​ຮັບສຳພາດ​ຜ່ານ​ໂທລະສັບ​​ເມື່ອວັນ​ທີ 7 -11/6 ນັ້ນ ມີ​ພຽງ 38% ​ໃຫ້​ຂໍ້​ສັງ​ເກດ​ຢ່າງ​ຕັ້ງຫນ້າ​ກ່ຽວ​ກັບ​ບັນດາ​ແຜນການ​ເສດຖະກິດ​ຂອງ​ທ່ານ Obama, ​ໃນ​ຂະນະ​ນັ້ນ ​ 35% ຈຳນວນຜູ້​ມີ​ສິດ​ເລືອກ​ຕັ້ງ​ເຫັນ​ດີ​​ເຫັນ​ພ້ອມ​ກັບ​ແຜນການ​ເສດຖະກິດ​ຂອງ​ທ່ານ ທ່ານ Mitt Romney.

ຂ່າວ/ບົດ​ອື່ນ