ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ. ອາເມລິກາມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 49,9 ລ້ານຄົນ, ມີຜູ້ເສຍຊີວິດ 808.748 ຄົນ.
ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຢູ່​ຫວຽດ​ນາມ ແລະ ໃນ​ໂລກ - ảnh 1ພາບປະກອບ: VOV

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 6 ທັນວາ (ຕາມເວລາ UTC), ໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 266 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 5,3 ລ້ານຄົນ.

ອາເມລິກາ, ອິນເດຍ ແລະ ບຣາຊິນ ແມ່ນ 3 ປະເທດຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ. ອາເມລິກາມີຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 49,9 ລ້ານຄົນ, ມີຜູ້ເສຍຊີວິດ 808.748 ຄົນ.

ປັດຈຸບັນ ອາຊີແມ່ນເຂດທີ່ຖືກຜົນສະທ້ອນຢ່າງຮ້າຍແຮງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອກ່ວາ  82,5 ລ້ານຄົນ ແລະ ຜູ້ເສຍຊີວິດ ກ່ວາ 1,2 ລ້ານຄົນ.

ສ່ວນຢູ່ ຫວຽດນາມ, ນັບແຕ່ 16 ໂມງຂອງວັນທີ 5 ທັນວາ ຫາເວລາ 16 ໂມງຂອງວັນທີ 6 ທັນວາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 14.591 ຄົນ, ມີ1.130 ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ 223 ຄົນເສຍຊີວິດ.
ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 1.323.683 ຄົນ, ໃນນັ້ນມີ 1.010.407 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 26.483 ຄົນເສຍຊີວິດ. 

ຕອບກັບ

ຂ່າວ/ບົດ​ອື່ນ