ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ

(VOVWORLD) -ອາເມລິກາແມ່ນໃຈກາງແຜ່ລະບາດຂອງໂລກດ້ວຍຈຳນວນຜູ້ຕິດເຊື້ອແມ່ນ3.413.941 ຄົນ ແລະ ຜູ້ເສຍຊີວິດແມ່ນ137.782 ຄົນ.

ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ທົ່ວ​ໂລກ - ảnh 1

ພະນັກງານການແພດດູແລສຸຂະພາບໃຫ້ແກ່ຜູ້ຕິດເຊື້ອ Covid - 19 ຢູ່ ອາເມລິກາ( ພາບ: AFP/TTXVN)

ຕາມເວັບໄຊສະຖິຕິ worldometers.info ໄລ່ຮອດເວລາ 7 ໂມງ 30 ນາທີຂອງວັນທີ 13 ກໍລະກົດ (ຕາມເວລາຫວຽດນາມ), ໂລກໄດ້ຢັ້ງຢືນມີຍອດຈຳນວນຜູ້ຕິດເຊື້ອພະຍາດແມ່ນ 13.027.835 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 571.076 ຄົນ. ອາເມລິກາແມ່ນໃຈກາງແຜ່ລະບາດຂອງໂລກດ້ວຍຈຳນວນຜູ້ຕິດເຊື້ອແມ່ນ3.413.941 ຄົນ ແລະ ຜູ້ເສຍຊີວິດແມ່ນ137.782 ຄົນ.

        ວັນທີ 12 ກໍລະກົດ, ອົງການອະນາໄມໂລກ (WHO) ໄດ້ຢັ້ງຢືນຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ໃນວັນນີ້ຢູ່ລະດັບສູງທີ່ສຸດ, ດ້ວຍຈຳນວນຜູ້ຕິດເຊື້ອໃໝ່ຕື່ມອີກ ແມ່ນ 230.370 ຄົນໃນເວລາ 24 ຊົ່ວໂມງທີ່ຜ່ານມາ. ລະດັບເພີ່ມຂຶ້ນຫຼາຍທີ່ສຸດນີ້, ສ່ວນຫຼາຍຢູ່ບັນດາປະເທດຄື: ອາເມລິກາ, ບຣາຊິນ, ອິນເດຍ ແລະ ອາຟຼິກກາໃຕ້. ໃນນັ້ນຈຳນວນຜູ້ເສຍຊີວິດຍ້ອນໂລກລະບາດ Covid – 19 ໃນທົ່ວໂລກ ຍັງຮັກສາຢູ່ລະດັບ 5000 ຄົນ/ວັນ.

ຕອບກັບ

ຂ່າວ/ບົດ​ອື່ນ