ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ໂລກ

(VOVWORLD) -ວັນທີ 29 ມີນາ, ອົງການການຢາ ແລະ ອາຫານ (FDA) ອາເມລິກາ ໄດ້ອະນຸຍາດໃຫ້ນຳໃຊ້ວັກຊິນກັນພະຍາດໂຄວິດ - 19 ຂອງບໍລິສັດ Pfizer/BioNTech ແລະ Moderna ເພື່ອສັກເຂັມທີ 4 ໃຫ້ແກ່ຜູ້ມີອາຍຸແຕ່ 50 ປີ ຂຶ້ນໄປ.
ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ໃນ​ໂລກ - ảnh 1ພາບປະກອບ:  AFP/TTXVN

ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດຕອນເຊົ້າວັນທີ 30 ມີນາ, ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 484,4 ລ້ານຄົນ ແລະ ມີຜູ້ເສຍຊີວິດກວ່າ 6,1 ລ້ານຄົນ. ອາເມລິກາ ສືບຕໍ່ແມ່ນປະເທດແຖວໜ້າກ່ຽວກັບຈຳນວນຜູ້ຕິດເຊື້ອ, ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

        ຢູ່ ອາເມລິກາ, ສູນຄວບຄຸມ ແລະ ປ້ອງກັນ, ຕ້ານໂລກລະບາດ (CDC) ຂອງປະເທດນີ້ໄດ້ແຈ້ງໃຫ້ຊາບວ່າ ເຊື້ອໄວຣັດ BA.2 ຂອງສາຍພັນ Omicron ແມ່ນເຊື້ອໄວຣັດສາຍພັນຕົ້ນຕໍທີ່ພວມແຜ່ລະບາດຢູ່ ອາເມລິກາໃນປັດຈຸບັນ.  CDC ອາເມລິກາ ໃຫ້ຮູ້ວ່າ ໃນທ້າຍອາທິດຜ່ານມາ (ວັນທີ 26 ມີນາ), ເຊື້ອໄວຣັດສາຍພັນດັ່ງກ່າວກວມເອົາເຖິງ 54,9% ຈຳນວນຜູ້ຕິດເຊື້ອໃໝ່ຢູ່ ອາເມລິກາ, ເພີ່ມຂຶ້ນ 39% ເມື່ອທຽບໃສ່ອາທິດກ່ອນໜ້ານັ້ນ. ໃນສະພາບການນັ້ນ, ວັນທີ 29 ມີນາ, ອົງການການຢາ ແລະ ອາຫານ (FDA) ອາເມລິກາ ໄດ້ອະນຸຍາດໃຫ້ນຳໃຊ້ວັກຊິນກັນພະຍາດໂຄວິດ - 19 ຂອງບໍລິສັດ Pfizer/BioNTech ແລະ Moderna ເພື່ອສັກເຂັມທີ 4 ໃຫ້ແກ່ຜູ້ມີອາຍຸແຕ່ 50 ປີ ຂຶ້ນໄປ.

   
 

ຕອບກັບ

ຂ່າວ/ບົດ​ອື່ນ