ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -ຕາມເວັບໄຊສະຖິຕິ worldometers.info  ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 13 ມິຖຸນາ (ຕາມເວລາ UTC), ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 176,3 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 3,8 ລ້ານຄົນ ເສຍຊີວິດ. 
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19  ຢູ່​ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1(ພາບປະກອບ: ກະຊວງສາທາລະນະສຸກ)

ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ເວລາ 18 ໂມງຂອງວັນທີ 12 ມິຖຸນາ ຫາເວລາ 6 ໂມງຂອງວັນທີ 13 ມິຖຸນາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 96 ຄົນ. ໄລ່ຮອດເວລາ 6 ໂມງຂອງວັນທີ 13 ມິຖຸນາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 10.337 ຄົນ, ໃນນັ້ນ ມີ 58 ຄົນ ເສຍຊີວິດ ແລະ ມີ 3827 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ.

ສ່ວນຢູ່ໃນໂລກ, ຕາມເວັບໄຊສະຖິຕິ worldometers.info  ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 13 ມິຖຸນາ (ຕາມເວລາ UTC), ທົ່ວໂລກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດກວ່າ 176,3 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 3,8 ລ້ານຄົນ ເສຍຊີວິດ. ອາເມລິກາ ຍັງຄົງແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດ ດ້ວຍຈໍານວນຜູ້ຕິດເຊື້ອລາຍໃໝ່ຕື່ມອີກ ກວ່າ 9.400 ຄົນ ແລະ ມີ 305 ຄົນ ເສຍຊີວິດ ຍ້ອນໂລກລະບາດດັ່ງກ່າວ ໃນຮອບເວລາ 24 ຊົ່ວໂມງຜ່ານມາ, ອັນໄດ້ຍົກຈຳນວນຜູ້ຕິດເຊື້ອທັງໝົດຢູ່ປະເທດນີ້ ຂຶ້ນເປັນຫຼາຍກວ່າ 34 ລ້ານຄົນ ແລະ ມີ 615. 000 ຄົນ ເສຍຊີວິດ. ອິນເດຍ ແມ່ນປະເທດຢືນອັນດັບທີ 2, ຖັດຈາກນັ້ນ ແມ່ນ ບຣາຊິນ. 

ຕອບກັບ

ຂ່າວ/ບົດ​ອື່ນ