ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ

(VOVWORLD) -  ກ່ຽວຂ້ອງເຖິງບັນຫາວັກຊິນ, ທະນາຄານ ໂລກ ແຈ້ງໃຫ້ຊາບວ່າ ຈະເພີ່ມງົບປະມານຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ບັນດາປະເທດພວມພັດທະນາ ຈາກຈຳນວນເງິນ8 ຕື້ USD ຂຶ້ນເປັນ 20 ຕື້ USD.
ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່ ຫວຽດ​ນາມ ແລະ ໃນ​ໂລກ - ảnh 1(ພາບ: TTXVN)

  ຕາມຂ່າວພາກທ່ຽງວັນທີ 1 ກໍລະກົດ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ: ນັບແຕ່ເວລາ 12 ໂມງ 30 ຫາເວລາ 18 ໂມງ ຂອງວັນທີ 01 ກໍລະກົດ, ຫວຽດນາມ ຢັ້ງຢືນກວດພົບຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 264 ຄົນ. ໄລ່ຮອດເວລາ 18 ໂມງຂອງວັນທີ 01 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ສະສົມ 17.576 ຄົນ, ໃນນັ້ນ ມີ 7.242 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ມີ 81 ຄົນເສຍຊີວິດ. 

ກາຍພັນ Delta ໄດ້ກວດພົບຢູ່ 96 ປະເທດ

ສ່ວນຢູ່ໃນໂລກ, ຕາມເວັບໄຊ worldometers.info, ໄລ່ຮອດເວລາ 1 ໂມງຂອງວັນທີ 1 ກໍລະກົດ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອລວມທັງໝົດເກືອບ 183 ລ້ານຄົນ, ໃນນັ້ນ ມີຫຼາຍກວ່າ 3,96 ລ້ານຄົນເສຍຊີວິດ. ອາເມລິກາ ຍັງຄົງແມ່ນປະເທດມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດຫຼາຍທີ່ສຸດໃນໂລກ ດ້ວຍຈຳນວນຜູ້ຕິດເຊື້ອກວ່າ 34,5 ລ້ານຄົນ ແລະ ຫຼາຍກວ່າ 620.000 ຄົນ ເສຍຊີວິດ. ຖັດຈາກນັ້ນ ແມ່ນ ອິນເດຍ ແລະ ບຣາຊິນ.

    ວັນທີ 1 ກໍລະກົດ, ອົງການອະນາໄມໂລກ (WHO) ໄດ້ປະກາດຂໍ້ມູນອັບເດດສະພາບການໂລກລະບາດປະຈຳອາທິດ, ໂດຍໃຫ້ຮູ້ວ່າ, ເຊື້ອໄວຣັດກາຍພັນຈາກ ໄວຣັດ SARS –CoV – 2 ທີ່ພົບເຫັນເທື່ອທຳອິດຢູ່ ອິນເດຍ ຫຼື ຍັງເອີ້ນວ່າ ກາຍພັນ Delta ໄດ້ກວດພົບຢູ່ 96 ປະເທດ, ເພີ່ມອີກ 11 ປະເທດ ເມື່ອທຽບໃສ່ອາທິດແລ້ວນີ້.

        ຕາມອົງການອະນາໄມໂລກແລ້ວ, ຄວາມສາມາດແຜ່ລະບາດຂອງໄວຣັດກາຍພັນ Delta ແມ່ນສູງກວ່າ 55% ເມື່ອທຽບໃສ່ໄວຣັດກາຍພັນ Alpha ທີ່ກວດພົບເທື່ອທຳອິດຢູ່ ອັງກິດ ແລະ ອີກບໍ່ດົນ ໄວຣັດສາຍພັນດັ່ງກ່າວຈະກາຍເປັນໄວຣັດທົ່ວໄປ, ເຊິ່ງເປັນສາຍເຫດຕົ້ນຕໍເຮັດໃຫ້ເພີ່ມຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ