ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ ແລະ ຫວຽດ​ນາມ

(VOVWORLD) -ຕາມເວບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 23 ກັນຍາ (ຕາມເວລາ UTC), ທົ່ວໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 230 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດກ່ວາ 4,73 ລ້ານຄົນ.



ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ໂລກ ແລະ ຫວຽດ​ນາມ - ảnh 1ແຂກທ່ອງທ່ຽວໃສ່ຜ້າອັດປາກ ດັງຢູ່ ສ.ເກົາຫຼີ (ພາບ: THX/TTXVN)

ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 521.000 ຄົນ, ໃນນັ້ນ ອາເມລິກາມີ 131.000 ຄົນ, ຖັດຈາກນັນ ແມ່ນ ບຣາຊິນ, ອັງກິດ, ອິນເດຍ…

ນັບແຕ່ເວລາໂລກລະບາດໂຄວິດ - 19 ແຜ່ລະບາດມາຮອດປັດຈຸບັນ, ອາເມລິກາ ແມ່ນປະເທດຖືກຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອ ລວມທັງໝົດແມ່ນ 43,40 ລ້ານຄົນ, ໃນນັ້ນມີ ເກືອບ 700.000 ຄົນເສຍຊີວິດ.

ອົງການຄວບຄຸມ ແລະ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 (CDC) ຂອງ ອາເມລິກາ ໃຫ້ຮູ້ວ່າ ໄລ່ຮອດວັນທີ 22 ກັນຍາ ມີ 54,8% ປະຊາກອນ ອາເມລິກາ ໄດ້ສັກວັກຊິນກັນໂຄວິດ - 19 ສຳເລັດແລ້ວ.

ສ່ວນຢູ່ ຫວຽດນາມ ນັບແຕ່ເວລາ 17 ໂມງຂອງວັນທີ 22 ກັນຍາ ຫາເວລາ 17 ໂມງຂອງວັນທີ 23 ກັນຍາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕື່ມອີກ 9.472 ຄົນ, ໃນນັ້ນມີຜູ້ເຂົ້າເມືອງ 7 ຄົນ. ດັ່ງນັ້ນມາຮອດປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 728.435 ຄົນ ໃນນັ້ນມີ 493.488 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ

ຕອບກັບ

ຂ່າວ/ບົດ​ອື່ນ