(VOVWORLD) - ບັນດາປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ຍັງຄົງແມ່ນ ອາເມລິກາ, ອິນເດຍ, ບຣາຊິນ, ອັງກິດ.
ພາບ: Getty Images |
ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງຂອງວັນທີ 8 ມີນາ (ຕາມເວລາ UTC), ທົ່ວໂລກຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 117.431.172 ຄົນ, ໃນນັ້ນມີຜູ້ເສຍຊີວິດ 2.604.787 ຄົນ ແລະ ມີ 92,9 ລ້ານຄົນ ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ.
ບັນດາປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດໂຄວິດ - 19 ຍັງຄົງແມ່ນ ອາເມລິກາ, ອິນເດຍ, ບຣາຊິນ, ອັງກິດ.