ສະ​ພາບ​ການ​ໂລກ​ລະ​ບາດ​ໃນ​ທົ່ວ​ໂລກ ແລະ ຫວຽດ​ນາມ

(VOVWORLD) - ໄລ່ຮອດເວລາ 6 ໂມງ ຂອງວັນທີ 18 ກໍລະກົດ ແມ່ນ 93 ມື້ແລ້ວທີ່ຫວຽດນາມບໍ່ກວດພົບຜູ້ຕິດເຊື້ອພະຍາດໃນຊຸມຊົມ. 
ສະ​ພາບ​ການ​ໂລກ​ລະ​ບາດ​ໃນ​ທົ່ວ​ໂລກ ແລະ ຫວຽດ​ນາມ - ảnh 1ພາບປະກອບ: TTXVN 

ຕາມບົດລາຍງານຂອງ ອະນຸກຳມະການ ປິ່ນປົວ - ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ໄລ່ຮອດຈຸດເວລານີ້ ຫວຽດນາມສາມາດປິ່ນປົວຜູ້ຕິດເຊື້ອ Covid ຫາຍດີເປັນປົກກະຕິ 357 ຄົນໃນຈຳນວນຜູ້ຕິດເຊື້ອ 382 ຄົນ.

        ແລະໃນເຫດການທີ່ກ່ຽວຂ້ອງ, ໄລ່ຮອດຕອນເຊົ້າວັນທີ 18 ກໍລະກົດ, ຍອດຈຳນວນຜູ້ຕິດເຊື້ອ Covid – 19 ໃນທົ່ວໂລກໄດ້ລື່ນກາຍຈຳນວນ 14 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດເກືອບ 600.000 ຄົນ.

        ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນຫຼາຍກ່ວາ 3,7 ລ້ານຄົນ ແລະ ຜູ້ເສຍຊີວິດແມ່ນ ເກືອບ 142.000 ຄົນ, ປັດຈຸບັນ ອາເມລິກາ ແມ່ນປະເທດໄດ້ຮັບຜົນກະທົບຢ່າງໜັກໜ່ວງທີ່ສຸດຈາກໂລກລະບາດ. ຈຳນວນຜູ້ຕິດເຊື້ອໃໝ່ຕື່ມອີກໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາຢູ່ປະເທດນີ້ ແມ່ນ ເກືອບ 59.000 ຄົນ. ຖັດຈາກອາເມລິກາແມ່ນ ບຣາຊິນ, ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ