ສະພາລັດເຊຍ-ນາໂຕໂຮມປະຊຸມພາຍຫຼັງຖືກຢຸດສະງັກເປັນເວລາ2ປີ

ສະພາລັດເຊຍ-ນາໂຕໂຮມປະຊຸມພາຍຫຼັງຖືກຢຸດສະງັກເປັນເວລາ2ປີ - ảnh 1
ເລຂາທິການໃຫຍ່ ນາໂຕ Jens Stoltenberg ຕອບສຳພາດເມື່ອວັນທີ 19/4.
(ພາບ:AFP/TTXVN)

(vovworld) – ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ຂອງ​​ອົງການ​ນາ​ໂຕ - ລັດ​ເຊຍ ຖືກ​ຈັດ​ຕັ້ງ​ໃນ​ວັນ​ທີ 20/4 ຢູ່ ບຣຸກ​ແຊນ, ປະ​ເທດ ​ແບນ​ຊິກ, ພາຍຫຼັງຖືກ​ຢຸດ​ສະ​ງັກມາ​ເປັນ​ເວລາ​ເກືອບ 2 ​ປີ. ນອກຈາກ​ເລື່ອງ​ສຸມ​ໃສ່​ແລກປ່ຽນ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່ ຢູ​ແກຼນ ​ແລະ ບາງ​ບັນຫາ​ອື່ນໆ​ນັ້ນ, ກອງ​ປະຊຸ​ມຍັງ​ປຶກສາ​ຫາລື​ເລື່ອງ​ປັບປຸງ “ບັນດາ​ກົນ​ໄກ​ຫລຸດຜ່ອນ​ຄວາມ​ສ່ຽງ​ທີ່ກ່ຽວຂ້ອງ​ເຖິງ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ການ​ທະຫານ”. ກອງ​ປະ​ຊຸມຖືກ​ດຳ​ເນີນ​ໄປ​ໃນ​ສະພາບ​ການທີ່ ລັດ​ເຊຍ ​ແລະ ນ​າ​ໂຕ ພວມ​ຜ່ານ​ຜ່າ​ໄລຍະ​ຂາດຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ຢ່າງ​ເລິກ​ເຊິ່ງທີ່​ກ່ຽວຂ້ອງ​ເຖິງ​ພາກ​ຕາ​ເວັນ​ອອກ​ຢູ​ແກຼນ. ນີ້​ແມ່ນ​ສັນຍານ​ສະ​ແດງ​ໃຫ້​ເຫັນ​ວ່າ: ການ​ພົວພັນ​ລະຫວ່າງ 2 ຝ່າຍ​ພວມ​ຄ່ອຍໆ​ດີ​ຂຶ້ນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໃນກອງ​ປະຊຸມ​ນີ້​ກໍ່​ໄດ້​ເຫັນ​ປະ​ຈັກ​ຕາ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ ມົດ​ສະ​ກູ ກັບ ນາ​ໂຕ ທີ່ກ່ຽວຂ້ອງ​ເຖິງ​ວິ​ກິດ​ການ​ຢູ່ ຢູ​ແກຼນ ​ແລະ ອະນາຄົດ​ຂອງ​ຄວາມ​ສະຫງົບ​ຢູ່ ​ເອີ​ລົບ.


ຂ່າວ/ບົດ​ອື່ນ