ສະພາສິດທິມະນຸດ ສປຊ ຮັບຮອງເອົາມະຕິໂດຍ ຫວຽດນາມ ສົມທົບກັນນຳສະເໜີ

(VOVWORLD) - ກອງປະຊຸມຄັ້ງທີ 53 ຂອງສະພາສິດທິມະນຸດ ສປຊ ຖືກຈັດຂຶ້ນໃນລະຫວ່າງວັນທີ 19 ມິຖຸນາ - 14 ກໍລະກົດ ຕາມຮູບແບບສົມທົບລະຫວ່າງແບບເຊິ່ງໜ້າ ແລະ ທາງໄກ, ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດ, ອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ແລະ ບາງອົງການບໍ່ຂຶ້ນກັບລັດຖະບານ
ສະພາສິດທິມະນຸດ ສປຊ ຮັບຮອງເອົາມະຕິໂດຍ ຫວຽດນາມ ສົມທົບກັນນຳສະເໜີ - ảnh 1ກອງປະຊຸມຂອງສະພາສິດທິມະນຸດ ສປຊ
(ພາບ:Nguyễn Huy/TTXVN)

ໂດຍສິ້ນສຸດກອງປະຊຸມຄັ້ງທີ 53 ຢູ່ນະຄອນ ເຊີແນວ, ປະເທດ ສະວິດ ໃນວັນທີ 14 ກໍລະກົດ, ສະພາສິດທິມະນຸດ ສປຊ ໄດ້ຮັບຮອງເອົາມະຕິ 30 ສະບັບ, ໃນນັ້ນມີມະຕິກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ແລະ ສິດທິມະນຸດ ດ້ວຍຫົວຂໍ້ “ຜົນກະທົບຫຍໍ້ທໍ້ຂອງການປ່ຽນແປງຂອງດິນຟ້າອາກາດຕໍ່ການທຳມາຫາກິນເພື່ອລ້ຽງຊີບ ແລະ ຜົນສະທ້ອນຈາກການກະທົບນີ້ຕໍ່ສິດທິມະນຸດ” ໂດຍ ຫວຽດນາມ ພ້ອມກັບ ບັງກະລາເທດ ແລະ ຟິລິບປິນ ຮຽບຮຽງ ແລະ ນຳສະເໜີ. ຮອດວັນທີ 14 ກໍລະກົດ, ມະຕິສະບັບນີ້ມີ 80 ປະເທດສະໜັບສະໜູນ. ນີ້ແມ່ນຜົນສຳເລັດໂດຍອີງໃສ່ບັນດາຄວາມມານະພະຍາຍາມສະເໜີ, ຮຽບຮຽງເນື້ອໃນ, ທາບທາມຄວາມເຫັນ ແລະ ຂົນຂວາຍຂອງຄະນະຜູ້ແທນ ຫວຽດນາມ ແລະ ຄະນະຜູ້ແທນ ບັງກາລາເທດ ແລະ ຟິລິບປິນ.

        ກອງປະຊຸມຄັ້ງທີ 53 ຂອງສະພາສິດທິມະນຸດ ສປຊ ຖືກຈັດຂຶ້ນໃນລະຫວ່າງວັນທີ 19 ມິຖຸນາ - 14 ກໍລະກົດ ຕາມຮູບແບບສົມທົບລະຫວ່າງແບບເຊິ່ງໜ້າ ແລະ ທາງໄກ, ດຶງດູດການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາປະເທດ, ອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ແລະ ບາງອົງການບໍ່ຂຶ້ນກັບລັດຖະບານ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານ ຫງວຽນມິງຫວູ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະເທດ ນຳໜ້າ. ໃນຖານະເປັນສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023 – 2025, ຄະນະຜູ້ແທນ ຫວຽດນາມ ໄດ້ຕັ້ງໜ້າສຳຜັດ, ແລກປ່ຽນ, ທາບທາມຄວາມເຫັນກັບຄະນະຜູ້ແທນປະເທດຕ່າງໆ, ເຂົ້າຮ່ວມສ້າງເນື້ອໃນບັນດາເອກະສານ, ສະໜັບສະໜູນຫຼາຍຂໍ້ລິເລີ່ມບົນຈິດໃຈສົນທະນາ ແລະ ຮ່ວມມື, ສະແດງທັດສະນະ, ນະໂຍບາຍສະເໝີຕົ້ນສະເໝີປາຍ, ຜົນງານຂອງ ຫວຽດນາມ ກ່ຽວກັບການຊຸກຍູ້ ແລະ ປົກປ້ອງບັນດາສິດທິມະນຸດ, ປະກອບສ່ວນພ້ອມກັບບັນດາປະເທດຮັບປະກັນການເຄື່ອນໄຫວຂອງສະພາສິດທິມະນຸດໃຫ້ເໝາະສົມກັບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ