ສະພາແຫ່ງຊາດ ຟີລິບປີນ ຮັບຮອງເອົາເລື່ອງຕໍ່ກຳນົດເວລາກົດໄອຍະການເສິກ

(VOVWORLD) - ວັນທີ 22 ກໍລະກົດ, ສະພາແຫ່ງຊາດ ຟີລິບປີນ ໄດ້ປ່ອນບັດຮັບຮອງເອົາເລື່ອງຕໍ່ກຳນົດເວລາກົດໄອຍະການເສິກຢູ່ເກາະ Mindanao ທາງພາກໃຕ້ປະເທດນີ້ ຈົນຮອດທ້າຍປີ 2017
ສະພາແຫ່ງຊາດ ຟີລິບປີນ ຮັບຮອງເອົາເລື່ອງຕໍ່ກຳນົດເວລາກົດໄອຍະການເສິກ - ảnh 1 ທ່ານປະທານາທິບໍດີ Rodrigo Duterte  (ພາບ:  EPA/TTXVN)

ຜ່ານນັ້ນ ທ່ານປະທານາທິບໍດີ Rodrigo Duterte ມີເວລາຕື່ມອີກ ເພື່ອປາບປາມການລຸກຮື້ຂຶ້ນຂອງພວກກະບົດທີ່ມີການຕິດຕໍ່ພົວພັນກັບອົງການກໍ່ການຮ້າຍລັດອິດສະລາມ (IS) ຢູ່ທີ່ນີ້. ໃນວາລະປະຊຸມຮ່ວມພິເສດຂອງລັດຖະສະພາ, ລວມທັງໝົດມີ 261 ສະມາຊິກລັດຖະສະພາເຫັນດີຕໍ່ກຳນົດເວລາກົດໄອຍະການເສິກຢູ່ Mindanao ຈົດຮອດວັນທີ 31 ທັນວາ, ກວມກ່ວາ 2/3 ໃນຈຳນວນກ່ວາ 300 ສະມາຊິກລັດຖະສະພາ.

        ກ່ອນທີ່ດຳເນີນການປ່ອນບັດ, ບັນດາເຈົ້າໜ້າທີ່ປ້ອງກັນຄວາມສະຫງົບໄດ້ຢືນຢັນຕໍ່ບັນດາສະມາຊິກລັດຖະສະພາວ່າ ກົດໄອຍະການເສິກແມ່ນຈຳເປັນ ເພື່ອສ້າງສະພາບການຢູ່ພາກພື້ນເປັນປົກກະຕິ ຊຶ່ງ IS ພວມຍາດເອົາຜົນສະທ້ອນ, ແລະບັນດາເປົ້າໝາຍສະໜັບສະໜູນ ອາດຈະຖືກຄວາມປຸກປັ່ນຍຸແຍ່ ປະຕິບັດການລຸກຮື້ຂຶ້ນທີ່ຫລາຍແຫ່ງຢູ່ Mandanao ດ້ວຍການເຂົ້າຮ່ວມຂອງບັນດາມືປືນຕ່າງປະເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ