ສະພາແຫ່ງຊາດຫວຽດນາມ ມີບົດບາດສຳຄັນທີ່ມີຕໍ່ການພັດທະນາບັນດາສິດທິມະນຸດ

 ສະພາແຫ່ງຊາດຫວຽດນາມ ມີບົດບາດສຳຄັນທີ່ມີຕໍ່ການພັດທະນາບັນດາສິດທິມະນຸດ  - ảnh 1
(ພາບ​ປະ​ກອບ)

(vovworld)- ເນື່ອງ​ໃນ​ໂອ​ກາດ​ວັນ​ສິດ​ທິ​ມະ​ນຸດ​ສາ​ກົນ ຄື​ວັນ​ທີ 10/12, ຕອນ​ບ່າຍ​ວັນ​ທີ 10/12 ຢູ່​ຮ່າ​ໂນ້ຍ, ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ອົງ​ການ​ ສ.ປ.ຊ ເພື່ອ​ການ​ພັດ​ທະ​ນາ UNDP ໄດ້​ສົມ​ທົບ​ກັນ​ຈັດ​ກອງ​ປະ​ຊຸມ​ທີ່​ມີ​ຫົວ​ຂໍ້​ວາ່ “ບັນ​ດາ​ສັນ​ທິ​ສັນ​ຍາ​ສາ​ກົນ ແລະ ກົດ​ໝາຍ​ຫວຽດ​ນາມກ່ຽວ​ກັບ ສິດ​ທິ​ມະ​ນຸດ” ​ກອງ​ປະ​ຊຸມ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ ສິດ​ທິ​ມະ​ນຸດ ຊຶ່ງ​ຫວຽດ​ນາມ​ແມ່ນ​ສະ​ມາ​ຊິກ ກໍ​ຄື​ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ການ​ເຊີດ​ຊູ, ປົກ​ປ້ອງ ແລະ ຊຸກ​ຍູ້ ສິດ​ທິ​ມະ​ນຸດ. ທ່ານ ຮ່ວ​າງວັນເງັ້ຍ ຮອງ​ຫົວ​ໜ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ກ່ຽວ​ກັບ ສິດ​ທິ​ມະ​ນຸດ ສັງ​ກັດ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່​ຈິ​ມິນ​ຖື​ວ່າ :

   “ ບົດ​ບາດ​ຂອງ​ສະ​ພາ​ແຫ່ງ​ຊາດ​ແມ່ນ​ສຳ​ຄັນ​ທີ່​ສຸດ ບໍ່​ພຽ​ງ​ແຕ່ໃນ​ການ​ສ້າງ​ກົດ​ໝາຍ, ຕິດ​ຕາມກວດ​ກາ​ເທົ່າ​ນັ້ນ, ຫາກ​ສິ່ງ​ທີ່​ສຳ​ຄັນ​ອີກ ນັ້ນ​ແມ່ນ​ການ​ແນະ​ນຳ, ນຳ​ໃຊ້​ວ​ິ​ທີ​ການ​ສຳ​ພັດ​ໂດຍ​ອີງ​ບົນ​ສິດ​ອຳ​ນາດ​ໃນ​ວິ​ວັດ​ການ​ພັດ​ທະ​ນາ, ໃນ​ວິ​ວັດ​ການ​ຮັບ​ຮອງ​ເອົາ​ບັນ​ດາ​ນະ​ໂຍ​ບາຍ, ຮ່າ​ງ​ກົດ​ໝາຍ ກ​ໍ​ຄື​ການ​ຕິດ​ຕາມກວດ​ກາ​ການ​ປະ​ຕິ​ບັດ​ນັ້ນ . ”

    ແລະ ກໍ​ໃນ​ກອງ​ປະ​ຊຸມ, ທ່ານ​ນາງ Pratibha Mehta ຜູ້​ປະ​ສານ​ງານ ສ.ປ.ຊ ປະ​ຈຳ​ຫວຽດ​ນາມ​ໃຫ້​ຮູ້​ວ່າ : ໃນ​ບົດ​ລາຍ​ງານ​ກົນ​ໄກ​ກວດ​ກາ​ປະ​ຈຳ​ໄລ​ຍະ​ປີ 2014 , ຫວຽດ​ນາມ​ໄດ້​ຍອມ​ຮັບ​ບັນ​ດາ​ຂໍ້ສະ​ເໜີ​ແນະ ຊຶ່ງ​ລວມ​ທັງ​ການ​ເຊື່ອມ​ໂຍງ​ສາ​ກົນຢ່າງ​ແຂງ​ແຮງ​ເຂົ້າ​ໃນ​ບັນ​ດາ​ລະ​ບອບ​ສາ​ກົນ​ກ່ຽວ​ກັບ ສິດ​ທິ​ມະ​ນຸດ; ປົກ​ປ້ອງ ແລະ ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ຖະ​ແຫຼງ​ຂ່າວ, ໃນ​ການ​ປາກ​ເວົ້າ; ຫຼຸດ​ຜ່ອນ​ຈຳ​ນວນ​ນັກ​ໂທດ​ຖືກຕັດ​ສິນ​ປະຫານ​ຊີ​ວິດ, ປົວ​ແປງ​ລະ​ບົ​ບ​ກົດ​ໝາຍ ແລະ ຕຸ​ລາ​ການ. ທ່ານ​ນາງ Pratibha Mehta ຜູ້​ປະ​ສານ​ງານ ສ.ປ.ຊ ປະ​ຈຳ​ຫວຽດ​ນາມ ຖື​ວ່າ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ມີ​ບົດ​ບາດ​ສຳ​ຄັນ​ທີ່​ມີ​ຕໍ່​ການ​ພັດ​ທະ​ນາ​ບັນ​ດາ​ບັນ​ດາສິດ​ທິ​ມະ​ນຸດ, ດັ່ງ​ນັ້ນ ສະ​ພາ​ແຫ່ງ​ຊາດ​ຄວນ​ເຂົ້າ​ຮ່ວມ​ພ້ອມ​ກັບ​ລັດ​ຖະ​ບານ​ໃນ​ການ​ສ້າງ​ແຜນ​ການ​ດຳ​ເນີນ​ງານ​ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ສະ​ເໜີ​ແນະ​ນີ້.

ຂ່າວ/ບົດ​ອື່ນ