ສະພາແຫ່ງຊາດຫວຽດນາມປະຕິບັດວຽກງານສ້າງກົດໝາຍ

ສະພາແຫ່ງຊາດຫວຽດນາມປະຕິບັດວຽກງານສ້າງກົດໝາຍ - ảnh 1
(ກອງ​ປະ​ຊຸມ​ສ​ະ​ໄໝ​ສາ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 13)

(vovworld) - ວັນ​ທີ 22/5, ແມ່ນມື້​ເຮັດ​ວຽກ​ທີ 3 ຂອງກອງ​ປະ​ຊຸມ​ສ​ະ​ໄໝ​ສາ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 13, ສືບ​ຕໍ່​ວຽກ​ງານ​ສ້າງ​ກົດ​ໝາຍ. ໂດຍ​ອີງ​ຕາມ​ລາຍ​ການ, ໃນ​ຕອ​ນ​ເຊົ້າ, ສະ​ພາ​ແຫ່ງ​ຊາດ​ຮັບ​ຟັງ​ໃບ​ອະ​ທິ​ບາຍ ແລະ ບົດ​ລາຍ​ງານ​ການກວດ​ກາ​ໂຄງ​ການ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງອົງ​ການ​ຕິດ​ຕາມກວດ​ກາ​ປະ​ຊາ​ຊົນ (ສະ​ບັບ​ປັບ​ປຸງ) ແລະ ປຶກ​ສາ​ຫາ​ລື​ຢູ່​ຫໍ​ປະ​ຊຸມ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ທີ່​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຂອງ​ຮ່າງ​ກົດ​ໝາຍ​ສະ​ບັບ​ປັບ​ປຸງ, ເພີ່ມ​ເຕີມ​ບາງ​ຂໍ້​ມາດ​ຕາ​ຂອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ປະ​ກັນ​ສຸ​ຂະ​ພາບ.

     ໃນ​ຕອນ​ບ່າຍ, ບັນ​ດາ ສ​ສ​ຊ ປຶກ​ສາ​ຫາ​ລື​ຢູ່​ໜ່ວຍ​ກ່ຽວກັບ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ສານ​ປະ​ຊາ​ຊົນ(ສະ​ບັບ​ປັບ​ປຸງ) ແລະ ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຈັດ​ຕັ້ງ​ອົງ​ການ​ຕິດ​ຕາມກວດ​ກາ​ປະ​ຊາ​ຊົນ (ສະ​ບັບ​ປັບ​ປຸງ)

ຂ່າວ/ບົດ​ອື່ນ