ສະພາແຫ່ງຊາດເກຼັກຈັດກອງປະຊຸມຄັ້ງທຳອິດພາຍຫຼັງການເລືອກຕັ້ງ
ສະພາແຫ່ງຊາດເກຼັກ
(ພາບປະກອບ: AP)
(vovworld) – ວັນທີ 03/10, ສະພາແຫ່ງຊາດເກຼັກ ໄດ້ຈັດກອງປະຊຸມເປັນຄັ້ງທຳອິດ, ພາຍຫຼັງການເລືອກຕັ້ງຄັ້ງໃຫຍ່ທົ່ວປະເທດໃນວັນທີ 20/09. ໜ້າທີ່ທຳອິດທີ່ວາງອອກໃຫ້ບັນດາສະມາຊິກສະພາແຫ່ງຊາດ ໃນຊຸມເດືອນຈະມາເຖິງແມ່ນປ່ອນບັດໃຫ້ຮ່າງກົດໝາຍ “ຮັດເຂັ້ມຄັດ” ໃໝ່ ແລະ ບັນດາມາດຕະການປະຕິຮູບ ເພື່ອແລກເອົາບ້ວງເງິນກູ້ຊວ່ຍທີ່ 3 ທີ່ມີມູນຄ່າ 86 ຕື້ເອີໂລ, ເຊິ່ງໄດ້ຮັບຮອງເອົາເມື່ອລະດູຮ້ອນານມາ. ກ່າວຄຳເຫັນຕໍ່ສະພາແຫ່ງຊາດ, ທ່ານນາຍົກລັດຖະມົນຕີ Alexis Tsipras ເນັ້ນໜັກເຖິງຄວາມສຳຄັນຂອງການປະຕິບັດໂຄງການກູ້ຊ່ວຍສາກົນ ທີ່ສາມາດຟື້ນຟູສິດສຳພັດບັນດາຕະຫຼາດເງິນຕາ, ຢຸດຕິບັນດາມາດຕະການຄວບຄຸມດ້ານເງິນທຶນ ພາຍໃນປະເທດຄືປະຈຸບັນ. ໃນວັນທີ 07/10, ລັດຖະບານໃໝ່ຂອງເກຼັກ ຍັງຈະຕ້ອງຜ່ານຜ່າການປອນບັດໄວ້ວາງໃຈ ເຊິ່ງແມ່ນສິ່ງທົດສອບທຳອິດຕໍ່ຄະນະລັດຖະບານຂອງນາຍົກລັດຖະມົນຕີ Tsipras.