ສະພາແຫ່ງຊາດໄທຍາມໃດກໍ່ຮ່ວມເດີນທາງກັບສະພາແຫ່ງຊາດຫວຽດນາມ

(VOVWORLD) - ຜົນສຳເລັດໃນການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ແລະ ເລື່ອງແບ່ງປັນຂໍ້ມູນຂ່າວສານ ແນ່ນອນວ່າ ຈະເພີ່ມທະວີຄວາມສາມັກຄີ ແລະ ສະຫນິດຕິດພັນໃນພາກພື້ນກວ່າອີກ.
ສະພາແຫ່ງຊາດໄທຍາມໃດກໍ່ຮ່ວມເດີນທາງກັບສະພາແຫ່ງຊາດຫວຽດນາມ - ảnh 1 ທ່ານ ຊວນ ຫລິກໄພ ປະທານສະພາແຫ່ງຊາດ ໄທ  ແລະ ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ 

ໃນຈົດໝາຍສົ່ງເຖິງບັນດາປະເທດລັດຖະສະພາສະມາຊິກ AIPA ກ່ຽວກັບໂລກລະບາດ ໂຄວິດ 19, ທ່ານ ຊວນ ຫລິກໄພ ປະທານສະພາແຫ່ງຊາດ ໄທ  ໄດ້ສະແດງການສະຫນັບສະຫນູນທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໃນບົດບາດແມ່ນປະທານ AIPA ຊື່ງໄດ້ມີມາດຕະການແກ້ໄຂຢ່າງວ່ອງໄວກັບສະພາບການພາກພື້ນ ດ້ວຍບັນດາການກະທຳເໝາະສົມກັບອົງການນິຕິບັນຍັດ ພ້ອມທັງຢືນຢັນ ຕັດສິນໃຈຮ່ວມເດີນທາງ, ຮ່ວມມືພ້ອມກັບປະທານສະພາແຫ່ງຊາດຫວຽດນາມ ໃນຈຸດເວລາຫຍຸ້ງຍາກປະຈຸບັນ.

ໃນຈົດໝາຍ ທ່ານ ຊວນ ຫລິກໄພ ປະທານສະພາແຫ່ງຊາດ ໄທ  ສົ່ງເຖິງລັດຖະບານ ແລະ ປະຊາຊົນຫວຽດນາມ ການສະຫນັບສະຫນູນຢ່າງສຸດຈິດສຸດໃຈ ແລະ ການລະດົມກຳລັງໃຈໃນຄວາມມານະພະຍາຍາມສະກັດກັ້ນໂລກລະບາດອັນຕະລາຍນີ້. ທ່ານເຊື່ອໝັ້ນວ່າ ບັນດາປະເທດຈະຜ່ານຜ່າຄວາມຫຍຸ້ງຍາກປະຈຸບັນ. ຜົນສຳເລັດໃນການປ້ອງກັນ ສະກັດກັ້ນໂລກລະບາດໂຄວິດ 19 ແລະ ເລື່ອງແບ່ງປັນຂໍ້ມູນຂ່າວສານ ແນ່ນອນວ່າ ຈະເພີ່ມທະວີຄວາມສາມັກຄີ ແລະ ສະຫນິດຕິດພັນໃນພາກພື້ນກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ