ສະມັດຊາມຫຍ່ສະຫະປະຊາຊາດຮຽກຮ້ອງຢຸດຕິການທົດລອງນິວເຄຼຍ

ສະມັດຊາມຫຍ່ສະຫະປະຊາຊາດຮຽກຮ້ອງຢຸດຕິການທົດລອງນິວເຄຼຍ - ảnh 1
(ພາບປະກອບ)

(vovworld) -     ສະມັດຊາ​ໃຫຍ່ສະຫະ​ປະຊາ​ຊາດ​ຫາ​ກໍ່​ຈັດ​ຕັ້ງ​ກອງ​ປະຊຸມ​ພິ​ເສດ, ຮຽກຮ້ອງ​ໃຫ້​ຢຸດຕິ​ການ​ທົດ​ລອງ​ນິວ​ເຄຼຍ ​ເນື່ອງ​​ໃນ​ໂອກາດ​ລະນຶກ​ວັນ​​ຕ້ານ​ການ​ທົດ​ລອງ​ນິວ​ເຄຼຍ​ໂລກຄົບຮອບ 3 ປີ ​ແລະ ຢືນຢັນ​ວ່າ ນີ້​ແມ່ນ​ມາດ​ຕະການ​ທີ່​ເປັນກຸນ​ແຈ ​ເພື່ອ​​ໃຫ້​ໂລກປອດ​ໄພ​ກວ່າ. ​ໃນ​ສານ​ທີ່​ສົງ​ເຖິງ​ສະມັດ​ຊາ​ໃຫຍ່ສະຫະ​ປະຊາ​ຊາດ ທ່ານ Banki moon ​ເລ​ຂາ​ທິການ​ໃຫຍ່​ສະຫະ​ປະຊາ​ຊາດ ​ໄດ້​ໃສ່​ໃຈ​ວ່າ ບັນດາ​ການ​ທົດ​ລອງ​ນິວ​ເຄຼຍ ​ແມ່ນ​ໄພ​ນາບ​ຂູ່​ຕໍ່​ສຸຂະພາບ​ຂອງ​ມະນຸດ ​ແລະ ສະຖຽນ​ລະ​ພາບ​ທົ່ວ​​ໂລກ. ທ່ານ Banki moon ​ໄດ້​ເລັ່ງລັດ​ບັນດາ​ປະ​ເທດ​ສະມາຊິກ​ຮີບ​ເຮັ່ງ​ລົງ​ນາມ ​ແລະ ​ໃຫ້​ສັດຕະຍາບັນ​ສົນທິສັນຍາ​ຫ້າມ​ທົດ​ລອງ​ນິວ​ເຄຼຍຮອບດ້ານ, ​ເພື່ອ​ແນ​ໃສ່​ສ້າງ​ຄຳ​ສັ່ງ​ຫ້າມ​ຖາວອນ ​ໃນ​ຂອບ​ເຂດ​ທົ່ວ​ໂລກ, ມີ​ການກວດສອບສຳລັບ​ທຸກ​ຮູບ​ການ​ທົດ​ລອງ​ອາວຸດ​ນິວ​ເຄຼຍ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ​ປະທານ​ສະມັດຊາ​ໃ​ຫຍ່ Nassir Abdulaziz Al Naser ຢືນຢັນ​ວ່າ ຍັງ​ມີ​ຫຼາຍ​ວຽກ​ຕ້ອງ​ເຮັດ​ເພື່ອ​​ເຮັດ​ໃຫ້​ສົນທິ​ສັນຍາ​ມີ​ຜົນ​ສັກສິດ, ພ້ອມ​ທັງ​ຖື​ວ່າ ​ສິ່ງ​ກີດຂີດ​ຂວາງ​ໃຫຍ່ສຸດ​ແມ່ນບໍ່​ສະ​ເພາະ​ແຕ່ບັນຫາ​ການ​ເງິນ ຫຼື ວິທະຍາສາດ ​ເທ່ົາ​ນັ້ນ, ຫາກ​ຍັງ​ແມ່ນ “ຄຳ​ໝັ້ນ​ສັນຍາ​ດ້ານ​ການ​ເມືອງ​ຢ່າງ​ເຂັ້ມ​ແຂງ ​ແລະ ບົດ​ບາດນຳພາ​ຢ່າງ​​ແທດ​ຈິງ” ຂອງ​ບັນດາ​ປະ​ເທດສະມາຊິກ.

ສະຫະ​ປະຊາ​ຊາດ ​ໄດ້​ເລືອກ​ວັນ​ທີ 8/9 ທຸກ​ປີ ​​​ແມ່ນ​ວັນ​ສາກົນຢຸດຕິ​ການ​ທົດ​ລອງ​ນິວ​ເຄຼຍ ​ເພື່ອ​ຮັບ​ຮູ້​ຈຸດ​ເວລາ​ອັດ​ບັນດາ​ສະຖານ​ທີ່​ທົດ​ລອງອາວຸດ​ນິ​ເຄຼີຍ​ໃຫຍ່​ທີ່​ສຸດ​ຂອງ​ໂລກ​​ໃນ​ປີ 1991 - ​ເຂດ Semipalatinsk, ທີ່​ຂຶ້ນ​ກັບ​ທິດຕາ​ເວັນອອກຂອງ​ພາກ​ເໜືອ ກາ​ຣັກ​ສະຖານ.

ຂ່າວ/ບົດ​ອື່ນ