ສະມັດຊາລັດຖະສະພາເອີລົບແກ່ຍາວຄຳສັ່ງລົງໂທດຄະນະຜູ້ຕາງຫນ້າລັດເຊຍ
ວາລະປະຊຸມຂອງPACE
ພາບ:baomoi.com
|
(vovworld)- ວັນທີ 28/1, ສະມັດຊາລັດຖະສະພາເອີລົບ(PACE) ໄດ້ແກ່ຍາວຄຳສັ່ງລົງໂທດສຳລັບສິດປ່ອນບັດຂອງບັນດາຜູ້ຕາງຫນ້າລັດເຊຍ ຢູ່ສະມັດຊານີ້.
ດ້ວຍບັດເຫັນດີສ່ວນຫລາຍ, ສະມັດຊາລັດຖະສະພາ ເອີລົບ ໄດ້ຮັບຮອງເອົາມະຕິກ່ຽວກັບເລື່ອງ ຜູ້ຕ່າງຫນ້າລັດເຊຍ 18 ຄົນ ຈະບໍ່ມີສິດປ່ອນບັດນັບແຕ່ນີ້ຮອດວັນທີ 20/4/2015 ເຖິງວ່າຍັງຄົງໄດ້ເຂົ້າຮ່ວມບັນດາວາລະປະຊຸມຂອງສະມັດຊາ. ຄັດຄ້ານຂໍ້ຕົກລົງນີ້, ທ່ານ Alexcei Pushkov, ຫົວຫນ້າຄະນະຜູ້ຕາງຫນ້າ ລັດເຊຍ ຢູ່ ສະພາເອີລົບ ໃຫ້ຮູ້ວ່າ: ຈະປະຕິເສດການເຂົ້າຮ່ວມທຸກການເຄື່ອນໄຫວຂອງສະພາ.
ສາຍເຫດພາໄປເຖິງມີຂໍ້ຕົກລົງດັ່ງກ່າວ ນັ້ນແມ່ນຍ້ອນຄວາມເຄັ່ງຕຶງກ່ຽວກັບສະພາບການຢູ່ພາກຕາເວັນອອກ ຢູແກຼນ ແລະ ສະມັດຊາລັດຖະສະພາເອີລົບ ສະເຫນີລັດເຊຍ ປ່ອຍຕົວນາງ Nadeshda Savtshenko ຜູ້ທີ່ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຢູແກຼນ ພວມຖືກລັດເຊຍ ກັກຂັງ ແຕ່ບໍ່ໄດ້ຮັບການຕອບສະຫນອງ.