ສະ​ມາ​ຄົມ ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ສ.ເກົາຫຼີ ມອບ​ລາງວັນ​ການ​ເສັງ “ຫວຽດ​ນາມໃນດວງ​ໃຈຂອງ​ຂ້ອຍ”

(VOVWORLD) -ຕອນຄ່ຳວັນທີ 4 ກັນຍາ, ຢູ່ ນະຄອນຫຼວງ ເຊີອຸນ, ສະມາຄົມຊາວ ຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ ໄດ້ຖ່າຍທອດສົດລາຍການປະກາດສ່ວນບຸກຄົນ ແລະ ໝູ່ຄະນະທີ່ໄດ້ຮັບລາງວັນໃນການເສັງຖ່າຍທຳ ຄຼິບ ວິດີໂອ ດ້ວຍຫົວຂໍ້ “ຫວຽດນາມ ໃນດວງໃຈຂອງຂ້ອຍ”. 

        ການເສັງດັ່ງກ່າວ ແມ່ນການເຄື່ອນໄຫວຂອງສະມາຄົມ ພາຍໃຕ້ການຊ່ວຍເຫຼືອຈາກ ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 76 ປີ ແນໃສ່ລະດົມກຳລັງໃຈແກ່ພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ຈົ່ງສາມັກຄີກັນຜ່ານຜ່າໂລກລະບາດໂຄວິດ - 19.

ກ່ຽວກັບລາງວັນສ່ວນບຸກຄົນ, ລາງວັນທີ 1 ໄດ້ແກ່ຜົນງານຂອງອ້າຍ ຫວູວັນແທັງ, ລາງວັນທີ 2 ໄດ້ແກ່ຜົນງານຂອງອ້າຍຟ້າມທຽນເຈື່ອງ ແລະ ລາງວັນທີ 3  ໄດ້ແກ່ການຂັບຮ້ອງບົດເພງ ຮວ່າງຊາ ເຈື່ອງຊາ ແມ່ນຂອງ ຫວຽດນາມ ຂອງອ້າຍ ຖ໊າຍດຶກກຽນ.

        ກ່ຽວກັບລາງວັນລວມໝູ່, ຄະນະຈັດຕັ້ງໄດ້ມອບລາງວັນທີໜຶ່ງໃຫ້ແກ່ ກຸ່ມ Monkey Timani, ລາງວັນທີ 2 ໄດ້ແກ່ ກຸ່ມ JMC Media ແລະ ລາງວັນທີ 3 ແມ່ນໄດ້ແກ່ກຸ່ມ ຫງວຽນຖ໊າຍລົກ. ນອກຈາກນັ້ນ, ຄະນະຈັດຕັ້ງຍັງໄດ້ມອບລາງວັນປະທັບໃຈໃຫ້ແກ່ສະມາຄົມນັກສຶກສາ ຫວຽດນາມ ຮ່ຳຮຽນຢູ່ມະຫາວິທະຍາໄລ Hanseo  ອີກດ້ວຍ. /.

ຕອບກັບ

ຂ່າວ/ບົດ​ອື່ນ