ສະມາຄົມນັກສຶກສາຫວຽດນາມ ປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ

(VOVWORLD) -ກອງປະຊຸມໃຫຍ່ກໍໄດ້ຮັບຮອງເອົາມະຕິຂອງກອງປະຊຸມໃຫຍ່ສະມາຄົມນັກສຶກສາຫວຽດນາມຊຸດທີ 10 ອາຍຸການ 2018 – 2023.

ສະມາຄົມນັກສຶກສາຫວຽດນາມ ປ່ຽນແປງໃໝ່ເນື້ອໃນ, ວິທີການເຄື່ອນໄຫວ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ - ảnh 1 ສະເໜີຕົວຄະນະບໍລິຫານງານສະມາຄົມນັກສຶກສາຫວຽດນາມຄັ້ງທີ 10

ກອງປະຊຸມໃຫຍ່ນັກສຶກສາຫວຽດນາມຄັ້ງທີ 10 ອາຍຸການ 2018 – 2023 ໄດ້ອັດລົງໃນວັນທີ 11 ທັນວາ. ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ແລະ ການນໍາບັນດາກະຊວງ, ຂະແໜງການ ເຂົ້າຮ່ວມກອງປະຊຸມ ແລະ ມີການໂອ້ລົມສົນທະນາກັບບັນດາຜູ້ແທນຂອງກອງປະຊຸມ ກ່ຽວກັບບັນດາບັນຫາຄື: ສ້າງວຽກເຮັດງານທໍາໃຫ້ແກ່ນັກສຶກສາ ຫຼັງຈາກຈົບການສຶກສາ, ບໍາລຸງສ້າງທັກສະດໍາລົງຊີວິດໃຫ້ແກ່ນັກສຶກສາ, ສ້າງກົນໄກເພື່ອໃຫ້ນັກສຶກສາເຂົ້າຮ່່ວມການຄົ້ນຄວ້າວິທະຍາສາດ...

        ພາຍຫຼັງການພົບປະ, ສົນທະນາ, ກອງປະຊຸມໃຫຍ່ໄດ້ສະເໜີຕົວສະພາຮ່ວມເດີນທາງ, ໜູນຊ່ວຍການເຄື່ອນໄຫວຂອງສະມາຄົມນັກສຶກສາ ແລະ ສະເໜີຕົວຄະນະບໍລິຫານງານສະມາຄົມນັກສຶກສາຫວຽດນາມຄັ້ງທີ 10. ທ່ານ ບຸ່ຍກວາງຮຸຍ ເລຂາສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນປະທານສະມາຄົມນັກສຶກສາຫວຽດນາມຊຸດທີ 10. ຕາງໜ້າບັນດາສະມາຊິກຄະນະບໍລິຫານງານສະມາຄົມນັກສຶກສາຫວຽດນາມ ຊຸດທີ 10, ປະທານສະມາຄົມນັກສຶກສາຫວຽດນາມ ບຸ່ຍກວາງຮຸຍ ເນັ້ນໜັກວ່າ:

        “ຄະນະບໍລິຫານງານຊຸດໃໝ່ ຂໍສັນຍາວ່າ ຈະສາມັກຄີກັນຮ່ວມແຮງຮ່ວມໃຈຈົນສຸດເຫື່ອສຸດແຮງ ພ້ອມກັບຖັນແຖວພະນັກງານສະມາຄົມນັກສຶກສາທົ່ວປະເທດ ສູ້ຊົນຜັນຂະຫຍາຍບັນດາມະຕິຂອງກອງປະຊຸມໃຫຍ່ທົ່ວປະເທດ ສະມາຄົມນັກສຶກສາຫວຽດນາມ ຄັ້ງທີ 10 ຢ່າງມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ. ປ່ຽນແປງໃໝ່ເນື້ອໃນ, ຮູບແບບການເຄື່ອນໄຫວ ຢ່າງບໍ່ຢຸດຢັ້ງ ເພື່ອຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕອ້ງການຂອງປະເທດ, ຂອງສະພາບນັກສຶກສາ, ວຽກງານຂອງສະມາຄົມ ແລະ ຂະບວນການຂອງນັກສຶກສາ”.

        ກອງປະຊຸມໃຫຍ່ກໍໄດ້ຮັບຮອງເອົາມະຕິຂອງກອງປະຊຸມໃຫຍ່ສະມາຄົມນັກສຶກສາຫວຽດນາມຊຸດທີ 10 ອາຍຸການ 2018 – 2023.

ຕອບກັບ

ຂ່າວ/ບົດ​ອື່ນ