ສະມາຊິກລັດຖະສະພາອາເມລິກາອອກຖະແຫຼງການຮັບຮູ້ 25 ປີແຫ່ງວັນຫວຽດນາມ-ອາເມລິກາ ສ້າງສາຍພົວພັນເປັນປົກກະຕິ

(VOVWORLD) -ໃນຮອບເວລາ 25 ປີຜ່ານມາ, ເລື່ອງຫັນການພົວພັນກັບຫວຽດນາມ ເປັນປົກກະຕິນັ້ນ ໄດ້ນຳມາເຊິ່ງຜົນປະໂຫຍດດ້ານການຄ້າ, ການແພດສາທາລະນະອາເມລິກາ ແລະ ໜູນຊ່ວຍສິດທິມະນຸດ ແລະ ປະຊາທິປະໄຕໃນທົ່ວໂລກ.

ສະມາຊິກລັດຖະສະພາອາເມລິກາອອກຖະແຫຼງການຮັບຮູ້ 25 ປີແຫ່ງວັນຫວຽດນາມ-ອາເມລິກາ ສ້າງສາຍພົວພັນເປັນປົກກະຕິ - ảnh 1 (ຖະແຫຼງການຮັບຮູ້ 25 ປີແຫ່ງວັນຫວຽດນາມ ແລະ ອາເມລິກາ ສ້າງສາຍພົວພັນເປັນປົກກະຕິຂອງທ່ານ Cory Gardner)

ວັນທີ 12 ກໍລະກົດ, ທ່ານ Cory Gardner, ປະທານອະນຸກຳມະການອາຊີຕາເວັນອອກ, ປາຊີຟິກ ແລະ ນະໂຍບາຍຄວາມໝັ້ນຄົງທາງອິນເຕີແນັດສາກົນ ຂຶ້ນກັບກຳມາທິການການຕ່າງປະເທດສະພາສູງອາເມລິກາ ໄດ້ອອກຖະແຫຼງການຮັບຮູ້ 25 ປີແຫ່ງວັນຫວຽດນາມ ແລະ ອາເມລິກາ ສ້າງສາຍພົວພັນເປັນປົກກະຕິ.

        ຖະແຫຼງການຂອງທ່ານສະມາຊິກສະພາສູງ Cory Gardner ໃຫ້ຮູ້ວ່າ, ໃນຮອບເວລາ 25 ປີຜ່ານມາ, ເລື່ອງຫັນການພົວພັນກັບຫວຽດນາມ ເປັນປົກກະຕິນັ້ນ ໄດ້ນຳມາເຊິ່ງຜົນປະໂຫຍດດ້ານການຄ້າ, ການແພດສາທາລະນະອາເມລິກາ ແລະ ໜູນຊ່ວຍສິດທິມະນຸດ ແລະ ປະຊາທິປະໄຕໃນທົ່ວໂລກ. ທ່ານ Cory Gardner ສະແດງຄວາມປາດຖະໜາວ່າ ຫວຽດນາມ ແລະ ອາເມລິກາ ຈະສືບຕໍ່ເພີ່ມທະວີການພົວພັນຄູ່ຮ່ວມມືຢ່າງແຮງກວ່າອີກ ຜ່ານກົດໝາຍວ່າດ້ວຍຂໍ້ລິເລີ່ມຮັບປະກັນອາຊີຄືນໃໝ່ ເຊິ່ງໄດ້ຮັບການສະໜັບສະໜູນຈາກທັງ 2 ພັກໃນສະພາແຫ່ງຊາດອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ