ສະຫລຸບ 10 ປີ ແຫ່ງການກໍ່ສ້າງ ລະບົບຄົມມະນາຄົມເຂດຊົນນະບົດ
ປະຊາຊົນກໍ່ສ້າງເສັ້ນທາງໃນບ້ານ
ພາບປະກອບ:internet
|
(vovworld) - ຕອນເຊົ້າວັນທີ 21/4 ຢູ່ ນະຄອນ Phu Ly ແຂວງ Ha Nam, ກ່າວຄຳເຫັນສະຫລຸບ 10 ປີແຫ່ງຂະບວນການພັດທະນາລະບົບຄົມມະນາຄົມເຂດຊົນນະບົດ ໄລຍະ 2001 - 2010, ຜັນຂະຫຍາຍຍຸດທະສາດພັດທະນາຄົມມະນາຄົມຮອດປີ 2020, ຕິດພັນກັບໂຄງການກໍ່ສ້າງເຂດຊົນນະບົດໃຫມ່ ແລະ ຮັບປະກັນຄວາມປອດໄພທາງຄົມມະນາຄົມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ Nguyen Xuan Phuc ໄດ້ຍ້ອງຍໍສັນລະເສີນ ແລະ ຕີລາຄາສູງຂະບວນການກໍ່ສ້າງ, ຂະຫຍາຍຕົວລະບົບຄົມມະນາຄົມເຂດຊົນນະບົດໃນທົ່ວປະເທດໄລຍະຜ່ານມາ ກໍຄືຊີ້ໃຫ້ເຫັນຂໍ້ຄົງຄ້າງຈຳນວນຫນຶ່ງ. ທ່ານຮອງນາຍົກລັດຖະມົນຕີ ສະເຫນີວ່າ ໃນໄລຍະຈະມາເຖິງ ກະຊວງຄົມມະນາຄົມຂົນສົ່ງຕ້ອງສົມທົບກັບບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນ ສຸມໃສ່ພັດທະນາຄົມມະນາຄົມຢູ່ເຂດຊົນນະບົດ, ເປັນຕົ້ນແມ່ນບັນດາຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດພູດອຍ, ເຂດແມ່ນ້ຳລຳເຊ ສ້າງກົນໄກດຶງດູດແຫລ່ງກຳລັງໃຫ້ແກ່ການພັດທະນາຄົມມະນາຄົມຢູ່ເຂດຊົນນະບົດ.