ສະຫະປະຊາຊາດ ຮຽກຮ້ອງໃຫ້ອິດສະຣາແອນ ຢຸດຕິການຢຶດຄອງເຂດດິນແດນຂອງ ປາແລດສະຕີນ ເພື່ອຜົນປະໂຫຍດຂອງທັງ 2ຝ່າຍ

(VOVWORLD) - ກ່່າວຄຳເຫັນໄຂກອງປະຊຸມຂອງສະພາສິດທິມະນຸດ ສປຊ ແກ່ຍາວເປັນເວລາ 3 ອາທິດຢູ່ ເຊີແນວ, ປະເທດ ສະວິດ, ທ່ານ al – Hussein ເນັ້ນໜັກວ່າ ຊາວ ປາແລດສະຕີນ ພວມ “ຢູ່ໃຕ້ແອກຄອບຄອງໃນຕະຫຼອດເຄິ່ງສະຕະວັດທີ່ຜ່ານມາ ດ້ວຍການຢຶດຄອງຂອງກຳລັງທະຫານ”
 
ສະຫະປະຊາຊາດ ຮຽກຮ້ອງໃຫ້ອິດສະຣາແອນ ຢຸດຕິການຢຶດຄອງເຂດດິນແດນຂອງ ປາແລດສະຕີນ ເພື່ອຜົນປະໂຫຍດຂອງທັງ 2ຝ່າຍ - ảnh 1

 ຜູ້ສັງເກດການປະຈຳການຂອງປະທານາທິບໍດີ ປາແລດຕີນ ປະຈຳ ສປຊ Riyad Mansour (ນັ່ງທາງໜ້າ) ພາຍຫຼັງ ສະພາຄວາມໝັ້ນຄົງ ສປຊ ໃຫ້ສັດຕະຍາບັນ ມະຕິກ່ຽວກັບ ອິດສະຣາແອນ

(ພາບ: ສຳນັກຂ່າວສານ ຊີນຮວາ/TTXVN)

ວັນທີ 6 ມິຖຸນາ, ທ່ານ Zeid Ra’ad al – Hussein, ຂ້າຫຼວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດ ໄດ້ຮຽກຮ້ອງໃຫ້ ອິດສະຣາແອນ ຢຸດຕິການຢຶດຄອງເຂດດິນແດນ ປາແລດສະຕິນ, ພ້ອມທັງຖືວ່າ: ສິ່ງດັ່ງກ່າວຈະນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ຝ່າຍພາຍຫຼັງ 50 ປີເປັນປໍລະປັກກັນ. ກ່່າວຄຳເຫັນໄຂກອງປະຊຸມຂອງສະພາສິດທິມະນຸດ ສປຊ ແກ່ຍາວເປັນເວລາ 3 ອາທິດຢູ່ ເຊີແນວ, ປະເທດ ສະວິດ, ທ່ານ al – Hussein ເນັ້ນໜັກວ່າ ຊາວ ປາແລດສະຕີນ ພວມ “ຢູ່ໃຕ້ແອກຄອບຄອງໃນຕະຫຼອດເຄິ່ງສະຕະວັດທີ່ຜ່ານມາ ດ້ວຍການຢຶດຄອງຂອງກຳລັງທະຫານ”, ແຕ່ປະຊາຊົນ ອິດສະຣາແອນ ກໍ່ສົມເປັນປະຊາຊົນໄດ້ດຳລົງຊີວິດໃນບັນຍາກາດບໍ່ນຳໃຊ້ຄວາມຮຸນແຮງ, ດັ່ງນັ້ນ, ເລື່ອງຮັກສາການເຄື່ອນໄຫວຢຶກຄອງດັ່ງກ່າວຈະ “ແກ່ຍາວຄວາມເຈັບປວດອັນໃຫຍ່ຫຼວງກ່ວາອີກ” ສຳລັບປະຊາຊົນ 2ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ